ຂ່າວສານປະຈຳເດືອນ For the Strength of Youth, ເດືອນມີນາ 2026
ອົບພະຍົບ 12
ປັດສະຄາຂອງພວກເຮົາ—ສິນລະລຶກ
ມີສາຍພົວພັນລະຫວ່າງປັດສະຄາໃນສະໃໝບູຮານ ແລະ ສິນລະລຶກປະຈຳອາທິດຂອງເຮົາ.
ພາບປະກອບ ໂດຍ ອາລີສຊາ ທາເລັນ
ກ່ອນທີ່ຊາວອິດສະຣາເອນໃນສະໃໝບູຮານຈະສາມາດອອກຈາກການເປັນທາດຂອງພວກເຂົາໃນປະເທດເອຢິບໄດ້ນັ້ນ, ພວກເຂົາໄດ້ຖືກຂໍໃຫ້ເຊື່ອຟັງຄໍາແນະນໍາສະເພາະຈາກພຣະຜູ້ເປັນເຈົ້າເພື່ອວ່າທູດຜູ້ທໍາລາຍຈະໄວ້ຊີວິດພວກເຂົາ, ຫລືບໍ່ທຳຮ້າຍພວກເຂົາ (ເບິ່ງ ອົບພະຍົບ 12). ຫລັງຈາກທີ່ພວກເຂົາໄດ້ອອກຈາກປະເທດເອຢິບແລ້ວ, ຊາວອິດສະຣາເອນໄດ້ພາກັນສະຫລອງເທດສະການໃນແຕ່ລະປີ, ເອີ້ນວ່າປັດສະຄາ, ເພື່ອລະນຶກເຖິງວິທີທີ່ພຣະຜູ້ເປັນເຈົ້າໄດ້ປົດປ່ອຍຜູ້ຄົນແຫ່ງພັນທະສັນຍາຂອງພຣະອົງ.
ໃນລະຫວ່າງອາທິດສຸດທ້າຍຂອງພຣະຊົນຊີບຂອງພຣະອົງໃນຊ່ວງມະຕະ, ພຣະເຢຊູຄຣິດໄດ້ເຂົ້າຮ່ວມເຂົ້າແລງປັດສະຄາ. ບັດນີ້ເຮົາເອີ້ນຄາບເຂົ້ານັ້ນວ່າເຂົ້າແລງຄາບສຸດທ້າຍ. ພຣະຜູ້ຊ່ວຍໃຫ້ລອດໄດ້ໃຊ້ໂອກາດນັ້ນແນະນຳພິທີການສິນລະລຶກ, ຊຶ່ງໃນປະຈຸບັນເຮົາເຂົ້າຮ່ວມທຸກໆອາທິດ. (ເບິ່ງ ມັດທາຍ 26:26–28; ລູກາ 22:19–20; ຄຳສອນ ແລະ ພັນທະສັນຍາ 20:77, 79.)
ຕໍ່ໄປນີ້ແມ່ນສາຍພົວພັນສອງຢ່າງລະຫວ່າງປັດສະຄາຄັ້ງທຳອິດ, ເຂົ້າແລງຄາບສຸດທ້າຍຂອງພຣະຜູ້ເປັນເຈົ້າ, ແລະ ສິນລະລຶກໃນປະຈຸບັນທີ່ສາມາດຊ່ວຍເຮົາໃຫ້ຈື່ຈຳການປົດປ່ອຍຂອງເຮົາໂດຍຜ່ານພຣະຜູ້ຊ່ວຍໃຫ້ລອດ.
ເຂົ້າຈີ່
ປັດສະຄາ: ເປັນເວລາເຈັດມື້, ທີ່ຊາວອິດສະຣາເອນໄດ້ກິນເຂົ້າຈີ່ບໍ່ມີເຊື້ອແປ້ງ (ຊຶ່ງທັງເຮັດໄດ້ໄວກວ່າ ແລະ ມີໂອກາດເກີດເຊື້ອລາ ແລະ ເນົ່າເສຍໄດ້ໜ້ອຍກວ່າ).
ເຂົ້າແລງຄາບສຸດທ້າຍ: ພຣະເຢຊູຄຣິດໄດ້ໃຫ້ພອນ ແລະ ຫັກເຂົ້າຈີ່ບໍ່ມີເຊື້ອແປ້ງຂອງປັດສະຄາ, ແລະ ພຣະອົງໄດ້ມອບມັນໃຫ້ສານຸສິດ. ພຣະອົງໄດ້ບອກໃຫ້ພວກເຂົາກິນມັນເພື່ອລະນຶກເຖິງພຣະກາຍຂອງພຣະອົງ, ຊຶ່ງພຣະອົງໄດ້ຮູ້ຈັກແລ້ວວ່າໃນອີກບໍ່ດົນມັນຈະຖືກທຳລາຍ ແລະ ຈະຕາຍ ແຕ່ຈະຟື້ນຄືນອີກຄັ້ງ.
ສິນລະລຶກ: ເຮົາກິນເຂົ້າຈີ່ເພື່ອລະນຶກເຖິງພຣະກາຍຂອງພຣະເຢຊູຄຣິດ.
ພຣະເຢຊູຄຣິດເປັນເຂົ້າຈີ່ແຫ່ງຊີວິດ. ໂດຍຜ່ານການຟື້ນຄືນພຣະຊົນຂອງພຣະອົງ, ເຮົາທຸກຄົນຈະຟື້ນຄືນຊີວິດມາພ້ອມກັບຮ່າງກາຍທີ່ສົມບູນ, ບໍ່ເນົ່າເປື່ອຍ, ແລະ ເປັນອະມະຕະ. ພຣະອົງປົດປ່ອຍເຮົາຈາກຄວາມຕາຍ.
ເລືອດຂອງພຣະເມສານ້ອຍ
ປັດສະຄາ: ລູກແກະປັດສະຄານັ້ນຈະຕ້ອງເປັນໂຕເຖິກອາຍຸໜຶ່ງປີ ແລະເປັນສັດທີ່ມີສຸຂະພາບດີ ແລະບໍ່ມີຕຳໜິໃດໆທັງສິ້ນ. ມັນຖືກຂ້າ, ແລະເລືອດຂອງມັນຖືກໂຕ່ງໃສໄວ້ໃນຖ້ວຍ. ໃບຫູສົບ (ສະໝູນໄພຊະນິດໜຶ່ງ) ໄດ້ຖືກຈຸ່ມລົງໄປໃນຖ້ວຍ ແລະ ນຳໃຊ້ເພື່ອທາເລືອດອ້ອມຂອບປະຕູດ້ານນອກຂອງບ້ານ. ນີ້ແມ່ນເຄື່ອງໝາຍພາຍນອກທີ່ບົ່ງບອກເຖິງຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າທີ່ຈະຖືກຂ້າມຜ່ານໄປໂດຍທູດຜູ້ທຳລາຍເພື່ອວ່າພວກເຂົາຈະໄດ້ຮັບການປົດປ່ອຍຈາກການເປັນທາດໃນປະເທດເອຢິບ.
ເຂົ້າແລງຄາບສຸດທ້າຍ: ພຣະເຢຊູຄຣິດໄດ້ໃຊ້ເຫລົ້າອະງຸ່ນເພື່ອເປັນຕົວແທນໂລຫິດຂອງພຣະອົງ. ພຣະອົງໄດ້ບອກສານຸສິດຂອງພຣະອົງໃຫ້ດື່ມມັນເພື່ອລະນຶກເຖິງໂລຫິດຂອງພຣະອົງ, ຊຶ່ງເປັນໂລຫິດແຫ່ງພັນທະສັນຍາຂອງພຣະເຈົ້າ ທີ່ຫລັ່ງໄຫລອອກສຳລັບພວກເຂົາ ເພື່ອການປົດບາບ ແລະ ເປັນສ່ວນໜຶ່ງຂອງພັນທະສັນຍາໃໝ່.
ສິນລະລຶກ: ເຮົາດື່ມນໍ້າເພື່ອລະນຶກເຖິງໂລຫິດຂອງພຣະເຢຊູຄຣິດ.
ພຣະເຢຊູຄຣິດເປັນພຣະເມສານ້ອຍຂອງພຣະເຈົ້າ. ໂລຫິດຂອງພຣະອົງໄດ້ຫລັ່ງໄຫລອອກມາ ໃນຂະນະທີ່ພຣະອົງໄດ້ທົນທຸກທໍລະມານເພື່ອບາບ ແລະ ຄວາມບົກພ່ອງຂອງເຮົາ. ໂລຫິດຂອງພຣະອົງ—ການເສຍສະລະຂອງພຣະອົງ—ຊຳລະລ້າງເຮົາໃຫ້ສະອາດ. ພຣະອົງປົດປ່ອຍເຮົາຈາກຄວາມບາບ.
© 2026 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly For the Strength of Youth Message, March 2026. Laotian. 19936 331