ຂ່າວສານປະຈຳເດືອນ For the Strength of Youth, ເດືອນມັງກອນ 2026
ຈົ່ງເດີນໄປກັບເຮົາ
ຄຳຂວັນຊາວໜຸ່ມປະຈຳປີ 2026 ຈະຊ່ວຍເຕືອນເຈົ້າວ່າ ເມື່ອເຈົ້າຢູ່ໃກ້ກັບພຣະຜູ້ເປັນເຈົ້າ, ພຣະອົງຈະເດີນໄປກັບເຈົ້າ—ຕະຫລອດເວລາ.
ຈາກດ້ານຊ້າຍຫາຂວາ: ທາມາຣາ ດັບເບິນຢູ ຣູເນຍ, ທີ່ປຶກສາທີໜຶ່ງ; ເອັມມະລີ ແບວ ຟຣີແມນ, ປະທານ; ແອນເດຣຍ ມູໂຍສ ສະແປນນາວສ໌, ທີ່ປຶກສາທີສອງ
ເຈົ້າບໍ່ໄດ້ແມ່ນຄົນດຽວທີ່ເປັນແບບນີ້
ເຈົ້າເຄີຍຖືກຂໍໃຫ້ເຮັດບາງສິ່ງບາງຢ່າງທີ່ເຈົ້າຄິດວ່າຕົວເອງບໍ່ສາມາດເຮັດໄດ້ຫລືບໍ່? ບາງທີເຈົ້າອາດຈະຮູ້ສຶກວ່າ ຕົວເອງບໍ່ເຂັ້ມແຂງພໍ ຫລື ບໍ່ສະຫລາດພໍ, ຫລື ເຈົ້າອາດຈະກັງວົນວ່າ ຄົນອື່ນຈະຫົວຂວັນ ແລະ ວິພາກວິຈານເຈົ້າ. ຖ້າຫາກວ່າເຈົ້າເຄີຍຮູ້ສຶກແບບນີ້, ເຈົ້າບໍ່ໄດ້ແມ່ນຄົນດຽວທີ່ເປັນແບບນີ້.
ຫລາຍພັນປີກ່ອນ, ມີຊາຍຄົນໜຶ່ງຊື່ວ່າເອນົກ. ພຣະເຈົ້າໄດ້ຂໍໃຫ້ເອນົກ ສັ່ງສອນການກັບໃຈໃຫ້ແກ່ຜູ້ຄົນ—ຊຶ່ງເປັນຜູ້ຄົນທີ່ຊົ່ວຮ້າຍທີ່ສຸດເທົ່າທີ່ໂລກເຄີຍເຫັນມາ.
ເອນົກບໍ່ໄດ້ຄິດວ່າເພິ່ນຈະສາມາດເຮັດໄດ້. ເພິ່ນໄດ້ບອກກັບພຣະເຈົ້າວ່າເພິ່ນຍັງໜຸ່ມນ້ອຍເກີນໄປ, ບໍ່ມີໃຜມັກເພິ່ນ, ແລະ ເພິ່ນກໍ “ເວົ້າຜ່ຳ” (ເບິ່ງ ໂມເຊ 6:31).
ແຕ່ພຣະເຈົ້າໄດ້ມອບຄຳສັນຍາໃຫ້ກັບເອນົກ. ພຣະອົງໄດ້ບອກກັບຊາຍທີ່ຢ້ານກົວວ່າ, “ຈົ່ງອອກໄປ ແລະ ເຮັດດັ່ງທີ່ເຮົາບັນຊາເຈົ້າ” ແລະ “ພູເຂົາຈະຫລົບໜີໄປຕໍ່ໜ້າເຈົ້າ, ແລະ ແມ່ນ້ຳຈະໄຫລຫັນໜີຈາກເສັ້ນທາງຂອງມັນ; ແລະ ເຈົ້າຈະສະໜິດຢູ່ໃນເຮົາ, ແລະ ເຮົາຈະແນບສະໜິດຢູ່ໃນເຈົ້າ; ສະນັ້ນຈົ່ງເດີນໄປກັບເຮົາ” (ໂມເຊ 6:32, 34).
“ຈົ່ງເດີນໄປກັບເຮົາ.” ຊ່າງເປັນຄຳເຊື້ອເຊີນທີ່ລຽບງ່າຍ, ສວຍງາມແທ້ໆ.
ພຣະເຈົ້າໄດ້ສັນຍາກັບເອນົກວ່າ ຖ້າຫາກເພິ່ນກ້າຫານພຽງພໍທີ່ຈະເລີ່ມຕົ້ນແລ້ວ, ພຣະເຈົ້າຈະຢູ່ກັບເພິ່ນໃນທຸກໆບາດກ້າວຂອງທາງນັ້ນ. ພຣະເຈົ້າໄດ້ເຮັດໃຫ້ເອນົກຍິ່ງໃຫຍ່ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ເພິ່ນເຮັດສິ່ງຕ່າງໆໄດ້ຫລາຍຂຶ້ນ ແລະ ຊ່ວຍເພິ່ນໃຫ້ກາຍເປັນຍິ່ງກວ່າທີ່ເພິ່ນຈະສາມາດຈິນຕະນາການໄດ້.
ໜຶ່ງໃນຊື່ຫລາຍຊື່ຂອງພຣະຜູ້ຊ່ວຍໃຫ້ລອດແມ່ນ ເອມານູເອນ, ຫລື “ພຣະເຈົ້າສະຖິດຢູ່ກັບເຮົາທັງຫລາຍ” (ມັດທາຍ 1:23). ມັນຢູ່ໃນຊື່ຂອງພຣະຜູ້ເປັນເຈົ້າ ແລະ ທຳມະຊາດຂອງພຣະອົງທີ່ຈະເດີນໄປກັບເຮົາ. ການເລືອກຂຶ້ນຢູ່ກັບເຮົາ—ວ່າເຮົາຈະເດີນໄປກັບພຣະອົງ, ຄືກັນບໍ?
ໃນປະຈຸບັນ, ເຮົານັບຖືເອນົກໃນຖານະຊາຍຄົນໜຶ່ງທີ່ມີສັດທາ ແລະ ເປັນສາດສະດາ ແລະ ຜູ້ນຳທີ່ຍິ່ງໃຫຍ່. ແຕ່ກ່ອນທີ່ເອນົກຈະເປັນສາດສະດານັ້ນ, ກໍຍັງມີເອນົກຊາຍທີ່ຍັງນ້ອຍຄົນໜຶ່ງ ຜູ້ທີ່ສົງໄສໃນຕົວເອງ ແຕ່ຍັງຄົງເລືອກທີ່ຈະເດີນໄປກັບພຣະເຈົ້າ.
ເມື່ອຊີວິດລຳບາກ, ເມື່ອເຈົ້າຮູ້ສຶກວ່າບໍ່ພຽງພໍ, ຈົ່ງຈື່ຈຳຄຳສັນຍາຂອງພຣະຜູ້ເປັນເຈົ້າທີ່ໄດ້ໃຫ້ໄວ້ກັບເອນົກ, ແລະ ໃຫ້ກັບຕົວເຈົ້າ. ພຣະອົງຈະເດີນໄປກັບເຈົ້າ. ພຣະອົງຈະບໍ່ປະຖິ້ມເຈົ້າໄວ້ໃຫ້ຢູ່ຄົນດຽວ, ບໍ່ແມ່ນແຕ່ບາດກ້າວດຽວ.
ເອມານູເອນ. ພຣະເຈົ້າສະຖິດຢູ່ກັບເຮົາທັງຫລາຍ. ພຣະເຈົ້າສະຖິດຢູ່ກັບເຈົ້າ!
ຝ່າຍປະທານອົງການຍິງໜຸ່ມສາມັນ
ຈາກດ້ານຊ້າຍຫາຂວາ: ເດວິດ ເຈ ວັນເດີລີ, ທີ່ປຶກສາທີໜຶ່ງ; ທິມມະຕີ ແອວ ຟານສ໌, ປະທານ; ຊອນ ອາ ດິກສັນ, ທີ່ປຶກສາທີສອງ
ດ້ວຍຄວາມຊ່ວຍເຫລືອຈາກພຣະອົງ, ເຈົ້າສາມາດເຮັດທຸກສິ່ງໄດ້
ເຊັ່ນດຽວກັນກັບພວກເຈົ້າ ຊາຍໜຸ່ມທັງຫລາຍ, ພຣະຜູ້ເປັນເຈົ້າໄດ້ຂໍໃຫ້ເອນົກບັນລຸໜ້າທີ່ຮັບຜິດຊອບທີ່ສຳຄັນຂອງຖານະປະໂລຫິດ. ໜ້າທີ່ຂອງເພິ່ນກໍຄື ສັ່ງສອນການກັບໃຈໃຫ້ກັບຜູ້ຄົນທີ່ຊົ່ວຮ້າຍ. ເອນົກໄດ້ສະແດງຄວາມສົງໄສຂອງເພິ່ນ. “[ຂ້າພຣະອົງ] ເປັນພຽງຄົນໜຸ່ມ,” ເພິ່ນໄດ້ກ່າວ. “ທຸກຄົນກຽດຊັງຂ້າພຣະອົງ … ຂ້າພຣະອົງເວົ້າຜ່ຳ; ດັ່ງນັ້ນເປັນໄດ້ຈັ່ງໃດທີ່ຂ້າພຣະອົງໄດ້ເປັນຜູ້ຮັບໃຊ້ຂອງພຣະອົງ?” (ໂມເຊ 6:31).
ພຣະຜູ້ເປັນເຈົ້າໄດ້ຕອບດ້ວຍອຳນາດ ແລະ ຄວາມໝັ້ນໃຈ. “ຈົ່ງອອກໄປ ແລະ ເຮັດດັ່ງທີ່ເຮົາບັນຊາເຈົ້າ. … ຈົ່ງເປີດປາກຂອງເຈົ້າ, ແລະ ມັນຈະຖືກເຮັດໃຫ້ເຕັມ … . ພຣະວິນຍານຂອງເຮົາຢູ່ກັບເຈົ້າ … ; ພູເຂົາຈະຫລົບໜີໄປຕໍ່ໜ້າເຈົ້າ … ; ສະນັ້ນຈົ່ງເດີນໄປກັບເຮົາ” (ໂມເຊ 6:32, 34).
ເອນົກໄດ້ຮຽນຮູ້ວ່າ ເມື່ອພຣະຜູ້ເປັນເຈົ້າມອບໝາຍໜ້າທີ່ໃຫ້ກັບເຮົາ, ເຮົາບໍ່ໄດ້ປະເຊີນໜ້າກັບມັນຄົນດຽວ. ເມື່ອເຮົາເຮັດ ແລະ ຮັກສາພັນທະສັນຍາກັບພຣະຄຣິດ, ເຮົາກໍເດີນໄປກັບພຣະອົງ ແລະ ມີສ່ວນຮ່ວມໃນອຳນາດຂອງພຣະອົງ—ເຮົາກາຍເປັນເຄື່ອງມືໃນພຣະຫັດຂອງພຣະອົງ.
ເຊັ່ນດຽວກັນກັບເອນົກ, ເຈົ້າມີບົດບາດສຳຄັນຄື: ການປະຕິບັດສາດສະໜາກິດ, ການຮັບໃຊ້ໃນພຣະວິຫານ, ການປະກອບພິທີສິນລະລຶກ, ການສຶກສາພຣະຄຳພີ, ການດຳລົງຊີວິດຕາມມາດຕະຖານພຣະກິດຕິຄຸນ, ການກັບໃຈ, ການກຽມພ້ອມສຳລັບການເຜີຍແຜ່, ແລະ ອື່ນໆ. ມັນອາດຮູ້ສຶກຖ້ວມທົ້ນ. ເຈົ້າອາດຮູ້ສຶກບໍ່ພຽບພ້ອມ. ນັ້ນກໍບໍ່ເປັນຫຍັງ. ມັນບໍ່ແມ່ນເລື່ອງຂອງການເຮັດຄົນດຽວ. ມັນແມ່ນເລື່ອງການເລືອກໃນມື້ນີ້—ໃນວັນນີ້ ແລະ ໃນທຸກໆມື້—ທີ່ຈະເດີນໄປກັບພຣະເຈົ້າ.
ດ້ວຍຄວາມຊ່ວຍເຫລືອຈາກພຣະອົງ, ເຈົ້າສາມາດເຮັດທຸກສິ່ງໄດ້. ພຣະອົງຈະເສີມສ້າງຄວາມເຂັ້ມແຂງ, ໃຫ້ອະໄພ, ແລະ ຊ່ວຍໃຫ້ເຈົ້າສາມາດເຮັດໄດ້ເກີນກວ່າຄວາມສາມາດທຳມະຊາດຂອງເຈົ້າ. ພຣະອົງຮັກເຈົ້າ! ໃນຖານະຝ່າຍປະທານອົງການຊາຍໜຸ່ມສາມັນ, ພວກເຮົາຮັກເຈົ້າ ແລະ ຫວັງວ່າຈະໄດ້ສຳຫລວດຄຳຂວັນປະຈຳປີ 2026 ທີ່ດົນໃຈຮ່ວມກັບເຈົ້າໃນຫົວຂໍ້: “ຈົ່ງເດີນໄປກັບເຮົາ.”
ຝ່າຍປະທານອົງການຊາຍໜຸ່ມສາມັນ
© 2026 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly For the Strength of Youth Message, January 2026. Laotian. 19934 331