2025
ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ມີ​ສາດ​ສະ​ໜາ​ຈັກ?
For the Strength of Youth ເດືອນ​ຕຸ​ລາ 2025


ຂ່າວສານປະຈຳເດືອນ For the Strength of Youth, ເດືອນຕຸລາ 2025

ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ມີ​ສາດ​ສະ​ໜາ​ຈັກ?

ຍິງໜຸ່ມ

ຈຸດປະສົງຂອງສາດສະໜາຈັກຂອງພຣະຄຣິດຄື “ເພື່ອໃຫ້ບຸກຄົນ ແລະ ຄອບຄົວສາມາດຊ່ວຍພຣະເຈົ້າໃນການບັນລຸວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະອົງ.” ສາດສະໜາຈັກຂອງພຣະເຢຊູຄຣິແຫ່ງໄພ່ພົນຍຸກສຸດທ້າຍຊ່ວຍ “ລູກໆຂອງ [ພຣະເຈົ້າ] ໃຫ້ມີຄຸນສົມບັດເໝາະສົມສຳລັບລັດສະໝີພາບລະດັບສູງສຸດ, ນັ້ນກໍຄືຄວາມສູງສົ່ງ ຫລື ຊີວິດນິລັນດອນ.”

“ພຣະຜູ້ຊ່ວຍໃຫ້ລອດ … ໄດ້ມອບໝາຍ [ສາດສະໜາຈັກ] ໃຫ້ບັນລຸຈຸດປະສົງຂອງພຣະອົງ—ສັ່ງສອນພຣະກິດຕິຄຸນຂອງພຣະອົງ, ສະເໜີມອບພິທີການ ແລະ ພັນທະສັນຍາຂອງພຣະອົງ, ແລະ ຈຶ່ງເຮັດໃຫ້ເປັນໄປໄດ້ສຳລັບອຳນາດຂອງພຣະອົງທີ່ຈະຮັບຮອງ ແລະ ຊຳລະເຮົາໃຫ້ບໍລິສຸດ.”

ສະມາຊິກຂອງສາດສະໜາຈັກຈະເຂົ້າເຖິງອຳນາດ ແລະ ພອນຂອງພຣະເຢຊູຄຣິດຜ່ານ​ທາງສິດອຳນາດ ແລະ ຂໍກະແຈຂອງຖານະປະໂລຫິດ, ພັນທະສັນຍາ ແລະ ພິທີການຕ່າງໆ, ການຊີ້ນຳຂອງສາດສະດາ, ພຣະຄຳພີ, ແລະ ຊຸມຊົນຂອງໄພ່ພົນ.

ສາດສະໜາຈັກຍັງຖືກບັນຊາໃຫ້: “ລຸກຂຶ້ນ ແລະ ສ່ອງແສງອອກໄປ, ເພື່ອວ່າຄວາມສະຫວ່າງຂອງພວກເຈົ້າຈະເປັນທຸງສັນຍານໃຫ້ປະຊາຊາດ" (ຄຳສອນ ແລະ ພັນທະສັນຍາ 115:5).

ສະມາຊິກຂອງສາດສະໜາຈັກພະຍາຍາມທີ່ຈະ “ສ່ອງແສງອອກໄປ” ໂດຍການດຳລົງຊີວິດຕາມພຣະກິດຕິຄຸນ, ການເຊື້ອເຊີນທຸກຄົນໃຫ້ຮັບເອົາພຣະກິດຕິຄຸນ, ການເຕົ້າໂຮມຄອບຄົວເຂົ້າກັນຊົ່ວນິລັນດອນ, ແລະ ການເບິ່ງແຍງຄົນຍາກຈົນ ແລະ ຄົນຂັດສົນ. ນີ້ແມ່ນວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະເຈົ້າ.

ແຫລ່ງອ້າງອີງ

  1. ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 1.3, ຫ້ອງສະໝຸດພຣະກິດຕິຄຸນ.

  2. Dallin H. Oaks, “Truth and the Plan,” Oct. 2018 general conference (Ensign or Liahona, Nov. 2018, 26).

  3. Dale G. Renlund, Oct. 2024 general conference (Liahona, Nov. 2024, 16).