ຂ່າວສານປະຈຳເດືອນ For the Strength of Youth, ເດືອນຕຸລາ 2025
ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງມີສາດສະໜາຈັກ?
ຈຸດປະສົງຂອງສາດສະໜາຈັກຂອງພຣະຄຣິດຄື “ເພື່ອໃຫ້ບຸກຄົນ ແລະ ຄອບຄົວສາມາດຊ່ວຍພຣະເຈົ້າໃນການບັນລຸວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະອົງ.” ສາດສະໜາຈັກຂອງພຣະເຢຊູຄຣິແຫ່ງໄພ່ພົນຍຸກສຸດທ້າຍຊ່ວຍ “ລູກໆຂອງ [ພຣະເຈົ້າ] ໃຫ້ມີຄຸນສົມບັດເໝາະສົມສຳລັບລັດສະໝີພາບລະດັບສູງສຸດ, ນັ້ນກໍຄືຄວາມສູງສົ່ງ ຫລື ຊີວິດນິລັນດອນ.”
“ພຣະຜູ້ຊ່ວຍໃຫ້ລອດ … ໄດ້ມອບໝາຍ [ສາດສະໜາຈັກ] ໃຫ້ບັນລຸຈຸດປະສົງຂອງພຣະອົງ—ສັ່ງສອນພຣະກິດຕິຄຸນຂອງພຣະອົງ, ສະເໜີມອບພິທີການ ແລະ ພັນທະສັນຍາຂອງພຣະອົງ, ແລະ ຈຶ່ງເຮັດໃຫ້ເປັນໄປໄດ້ສຳລັບອຳນາດຂອງພຣະອົງທີ່ຈະຮັບຮອງ ແລະ ຊຳລະເຮົາໃຫ້ບໍລິສຸດ.”
ສະມາຊິກຂອງສາດສະໜາຈັກຈະເຂົ້າເຖິງອຳນາດ ແລະ ພອນຂອງພຣະເຢຊູຄຣິດຜ່ານທາງສິດອຳນາດ ແລະ ຂໍກະແຈຂອງຖານະປະໂລຫິດ, ພັນທະສັນຍາ ແລະ ພິທີການຕ່າງໆ, ການຊີ້ນຳຂອງສາດສະດາ, ພຣະຄຳພີ, ແລະ ຊຸມຊົນຂອງໄພ່ພົນ.
ສາດສະໜາຈັກຍັງຖືກບັນຊາໃຫ້: “ລຸກຂຶ້ນ ແລະ ສ່ອງແສງອອກໄປ, ເພື່ອວ່າຄວາມສະຫວ່າງຂອງພວກເຈົ້າຈະເປັນທຸງສັນຍານໃຫ້ປະຊາຊາດ" (ຄຳສອນ ແລະ ພັນທະສັນຍາ 115:5).
ສະມາຊິກຂອງສາດສະໜາຈັກພະຍາຍາມທີ່ຈະ “ສ່ອງແສງອອກໄປ” ໂດຍການດຳລົງຊີວິດຕາມພຣະກິດຕິຄຸນ, ການເຊື້ອເຊີນທຸກຄົນໃຫ້ຮັບເອົາພຣະກິດຕິຄຸນ, ການເຕົ້າໂຮມຄອບຄົວເຂົ້າກັນຊົ່ວນິລັນດອນ, ແລະ ການເບິ່ງແຍງຄົນຍາກຈົນ ແລະ ຄົນຂັດສົນ. ນີ້ແມ່ນວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະເຈົ້າ.
© 2025 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly For the Strength of Youth Message, October 2025. Laotian. 19624 331