2025
ຫລັງ​ຈາກ​ຊີ​ວິດ​ນີ້: ຄຳ​ຕອບ​ຕໍ່​ບາງ​ຄຳ​ຖາມ
For the Strength of Youth ເດືອນ​ກໍ​ລະ​ກົດ 2025


ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ກໍ​ລະ​ກົດ 2025

ຫລັງ​ຈາກ ຊີ​ວິດ ນີ້

ຄຳ​ຕອບ​ຕໍ່​ບາງ​ຄຳ​ຖາມ

ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສາ​ມາດ​ໃຫ້​ມຸມມອງ ແລະ ຄວາມ​ສະ​ຫງົບ​ກ່ຽວ​ກັບ​ຊີ​ວິດ​ຫລັງ​ຈາກ​ຄວາມ​ຕາຍ.

ຂັ້ນ​ໄດ​ຢູ່​ໃນ​ກ້ອນ​ເມກ

ພາບ​ປະ​ກອບ ໂດຍ ທອມ​ມັສ ອາ​ໂນດ

ຈະ​ເກີດ​ຫຍັງ​ຂຶ້ນ​ຫລັງ​ຈາກ​ເຮົາ​ຕາຍ​ໄປ?

ບາງ​ທີ​ນີ້​ອາດ​ເປັນ​ຄຳ​ຖາມ ຫລັກ ໃນ​ສາດ​ສະ​ໜາ​ທັງ​ໝົດ. ຄຳ​ຕອບ​ທີ່​ເຮົາ​ມີ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ນັ້ນ​ຊົງ​ພະ​ລັງ. ຊີ​ວິດ​ນີ້​ບໍ່​ແມ່ນ​ຈຸດ​ຈົບ. ເນື່ອງ​ຈາກ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຟື້ນ​ຄືນ​ພຣະ​ຊົນ, ວິນ​ຍານ​ຂອງ​ເຮົາ​ຈຶ່ງ​ຈະ​ລວມ​ຕົວ​ເຂົ້າ​ກັບ​ຮ່າງ​ກາຍ​ຂອງ​ເຮົາ, ແລະ ເຮົາ​ຈະ​ຟື້ນ​ຄືນ​ຊີ​ວິດ​ໃນ​ມື້​ໃດ​ມື້​ໜຶ່ງ.

ແນ່​ນອນ, ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ຊີ​ວິດ​ຫລັງ​ຈາກ​ຄວາມ​ຕາຍ​ທີ່​ໄດ້​ມາ​ເຖິງ​ເຮົາ​ຜ່ານ​ທາງ​ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່ ທີ່​ສາ​ມາດ​ຕອບ​ຄຳ​ຖາມ​ອື່ນໆ​ທີ່​ເຮົາ​ອາດ​ມີ. ຕໍ່​ໄປ​ນີ້​ແມ່ນ​ຄຳ​ຖາມ​ບາງ​ຈຳ​ນວນ, ພ້ອມ​ກັບ​ຄຳ​ຕອບ​ສັ້ນໆ.

ຮ່າງ​ກາຍ​ທີ່​ເປັນ​ວິນ​ຍານ​ເປັນ​ແບບ​ໃດ?

ວິນ​ຍານ​ເປັນ​ສານ​ຊະ​ນິດ​ໜຶ່ງ, ພຽງ​ແຕ່ “ລະ​ອຽດ ຫລື ບໍ​ລິ​ສຸດ​ຫລາຍ​ກວ່າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 131:7). ຮ່າງ​ກາຍ​ທີ່​ເປັນ​ວິນ​ຍານ​ມີ​ລັກ​ສະ​ນະ​ເໝືອນ​ຮ່າງ​ກາຍ​ຂອງ​ມະ​ນຸດ​ຜູ້​ໃຫຍ່.

ໂລກ​ວິນ​ຍານ​ຢູ່​ໃສ?

ຢູ່​ທີ່​ນີ້, ອ້ອມ​ຮອບ​ຕົວ​ເຮົາ.

ເກີດ​ຫຍັງ​ຂຶ້ນ​ໃນ​ໂລກ​ວິນ​ຍານ?

ໃນ​ບັນ​ດາ​ສິ່ງ​ອື່ນໆ, ວິນ​ຍານ​ທີ່​ຍອມ​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ​ຈະ​ຖືກ​ຈັດ​ລະ​ບຽບ​ເພື່ອ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ວິນ​ຍານ​ທີ່​ຍັງ​ບໍ່​ໄດ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ. ວິນ​ຍານ​ເຫລົ່າ​ນັ້ນ​ສາ​ມາດ​ເລືອກ​ທີ່​ຈະ​ຮັບ ຫລື ບໍ່​ຮັບ.

ຮ່າງ​ກາຍ​ທີ່​ຟື້ນ​ຄືນ​ຊີ​ວິດ​ແລ້ວ​ເປັນ​ແບບ​ໃດ?

ຮ່າງ​ກາຍ​ທີ່​ຟື້ນ​ຄືນ​ຊີ​ວິດ​ແລ້ວ​ບໍ່​ສາ​ມາດ​ຕາຍ​ອີກ, ເປັນ​ເນື້ອ​ໜັງ ແລະ ກະ​ດູກ, ແລະ ສົມ​ບູນ​ແບບ. ພວກ​ເຂົາ​ມີ​ຄວາມ​ສະ​ຫງ່າ​ລາ​ສີ ແລະ ງົດ​ງາມ. “ບໍ່​ມີ​ສິ່ງ​ໃດ​ທີ່​ງົດ​ງາມ​ໄປ​ກວ່າ​ຊາຍ ຫລື ຍິງ​ທີ່​ໄດ້​ຟື້ນ​ຄືນ​ຊີ​ວິດ​ແລ້ວ.”

ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ?

ຜູ້​ທີ່​ຢູ່​ໃນ​ລະ​ດັບ​ສູງ​ສຸດ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ​ຈະ​ກາຍ​ເປັນ​ເໝືອນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ປະ​ສົບ​ກັບ​ຄວາມ​ຊື່ນ​ຊົມ​ທີ່​ເຕັມ​ປ່ຽມ. ພວກ​ເຂົາ​ໄດ້​ຮັບ​ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ມີ. ພວກ​ເຂົາ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ. ພວກ​ເຂົາ​ໄດ້​ຖືກ​ຜະ​ນຶກ​ໃນ​ການ​ແຕ່ງ​ງານ​ຊົ່ວ​ນິ​ລັນ​ດອນ ແລະ ຕອນ​ນີ້​ມີ​ຊີ​ວິດ​ຢູ່​ໃນ​ຄອບ​ຄົວ​ນິ​ລັນ​ດອນ, ມີ​ລູກ​ທາງ​ວິນ​ຍານ​ນິ​ລັນ​ດອນ​ຂອງ​ຕົນ​ເອງ.

ແລ້ວ​ຄົນ​ທີ່​ບໍ່​ເຄີຍ​ແຕ່ງ​ງານ​ໃນ​ຊີ​ວິດ​ນີ້​ຈະ​ເປັນ​ແນວ​ໃດ?

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ຄວາມ​ຍຸດ​ຕິ​ທຳ ແລະ ມີ​ຄວາມ​ເມດ​ຕາ​ຢ່າງ​ສົມ​ບູນ. “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ ໃນ​ຊົ່ວ​ນິ​ລັນ​ດອນ​ຈະ​ບໍ່​ມີ​ພອນ​ໃດ​ທີ່​ຖືກ​ປະ​ຕິ​ເສດ​ຈາກ​ບຸດ ແລະ ທິ​ດາ​ຂອງ​ພຣະ​ອົງ​ທີ່​ຮັກ​ສາ​ພຣະ​ບັນ​ຍັດ, ຈິງ​ໃຈ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ, ແລະ ປາດ​ຖະ​ໜາ​ສິ່ງ​ທີ່​ຖືກ​ຕ້ອງ.”

ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຜະ​ນຶກ​ໃນ​ພຣະ​ວິ​ຫານ, ແຕ່​ປະ​ຈຸ​ບັນ​ພວກ​ເພິ່ນ​ໄດ້​ຢ່າ​ຮ້າງ​ກັນ. ຂ້າ​ພະ​ເຈົ້າ​ໄດ້​ຜະ​ນຶກ​ເຂົ້າ​ກັບ​ໃຜ?

ເຈົ້າ​ອາດ​ໄດ້ “ເກີດ​ໃນ​ພັນ​ທະ​ສັນ​ຍາ” (ນັ້ນ​ຄື, ເກີດ​ມາ​ຫລັງ​ຈາກ​ທີ່​ພໍ່​ແມ່​ຂອງ​ເຈົ້າ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ໃນ​ພຣະ​ວິ​ຫານ), ຫລື ເຈົ້າ​ອາດ​ໄດ້​ຖືກ​ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່​ຂອງ​ເຈົ້າ​ໃນ​ພຣະ​ວິ​ຫານ​ຫລັງ​ຈາກ​ພວກ​ເພິ່ນ​ໄດ້​ຜະ​ນຶກ​ເຂົ້າ​ກັນ. ໃນ​ກໍ​ລະ​ນີ​ໃດ​ກໍ​ຕາມ, ພອນ​ຂອງ​ເຈົ້າ​ຍັງ​ຄົງ​ຢູ່​ໃນ​ຜົນ​ບັງ​ຄັບ​ໃຊ້ ເຖິງ​ແມ່ນ​ວ່າ​ພໍ່​ແມ່​ຂອງ​ເຈົ້າ​ເລືອກ​ທີ່​ຈະ​ຢ່າ​ຮ້າງ ແລະ ຍົກ​ເລີກ​ການ​ຜະ​ນຶກ​ຂອງ​ພວກ​ເພິ່ນ​ກໍ​ຕາມ.

ການ​ເລືອກ​ຂອງ​ພໍ່​ແມ່​ເຈົ້າ​ບໍ່​ໄດ້​ມີ​ຜົນ​ກະ​ທົບ​ຕໍ່​ພອນ​ຂອງ​ເຈົ້າ. ສິ່ງ​ທີ່​ສຳ​ຄັນ​ແມ່ນ​ໃຫ້​ເຈົ້າ​ຍັງ​ຄົງ​ຊື່​ສັດ ແລະ ສະ​ແຫວງ​ຫາ​ພອນ​ຂອງ​ພຣະ​ວິ​ຫານ​ດ້ວຍ​ຕົວ​ເອງ. ກ່ຽວ​ກັບ​ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ​ຂອງ​ເຈົ້າ, ເຈົ້າ​ຄວນ “ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສະ​ແຫວງ​ຫາ​ຄວາມ​ປອບ​ໂຍນ​ຈາກ​ພຣະ​ອົງ,” ໂດຍ​ທີ່​ຮູ້​ວ່າ “ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ຮັບ​ຮອງວ່າ​ແຕ່​ລະ​ຄົນ​ຈະ​ໄດ້​ຮັບ​ພອນ​ທຸກ​ປະ​ການ​ທີ່​ຄວາມ​ປາດ​ຖະ​ໜາ ແລະ ການ​ເລືອກ​ຂອງ​ເຂົາ​ອະ​ນຸ​ຍາດ.”

ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ທີ່​ຂ້າ​ຕົວ​ຕາຍ?

ເຮົາ​ບໍ່​ຮູ້​ວ່າ​ຈະ​ເກີດ​ຫຍັງ​ກັບ​ຄົນ​ທີ່​ຂ້າ​ຕົວ​ຕາຍ, ແລະ ເຮົາ​ບໍ່​ສາ​ມາດ​ຕັດ​ສິນ​ພວກ​ເຂົາ (ເຊັ່ນ​ດຽວ​ກັບ​ທຸກ​ຄົນ, ໃນ​ທີ່​ສຸດ). “ເຖິງ​ແມ່ນ​ຄົນ​ທີ່​ຮັກ, ຜູ້​ນຳ, ແລະ ຜູ້​ຊ່ຽວ​ຊານ​ຈະ​ພະ​ຍາ​ຍາມ​ຢ່າງ​ເຕັມ​ທີ່​ແລ້ວ​ກໍ​ຕາມ, ການ​ຂ້າ​ຕົວ​ຕາຍ​ກໍ​ບໍ່​ສາ​ມາດ​ປ້ອງ​ກັນ​ໄດ້​ສະ​ເໝີ. …

“ມັນ​ບໍ່​ຖືກ​ຕ້ອງ​ສຳ​ລັບ​ຄົນ​ທີ່​ຈະ​ຂ້າ​ຕົວ​ຕາຍ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຽງ​ແຕ່​ພຣະ​ເຈົ້າ​ເທົ່າ​ນັ້ນ​ທີ່​ສາ​ມາດ​ຕັດ​ສິນ​ຄວາມ​ຄິດ, ການ​ກະ​ທຳ, ແລະ ລະ​ດັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບຸກ​ຄົນ (ເບິ່ງ 1 ຊາ​ມູ​ເອນ 16:7; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137:9). …

“ຜູ້​ທີ່​ສູນ​ເສຍ​ຄົນ​ທີ່​ຮັກ​ໄປ​ຈາກ​ການ​ຂ້າ​ຕົວ​ຕາຍ​ສາ​ມາດ​ພົບ​ຄວາມ​ຫວັງ ແລະ ການ​ປິ່ນ​ປົວ​ໄດ້​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.”

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ອີ​ເທີ 3:16; Teachings of Presidents of the Church: Joseph F. Smith (1998), 131–32.

  2. ເບິ່ງ Teachings of Presidents of the Church: Brigham Young (1997), 279.

  3. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138.

  4. ເບິ່ງ ແອວ​ມາ 11:45.

  5. ເບິ່ງ ລູ​ກາ 24:39.

  6. ເບິ່ງ ແອວ​ມາ 11:43.

  7. Lorenzo Snow, The Teachings of Lorenzo Snow, ed. Clyde J. Williams (1996), 99.

  8. ເບິ່ງ ໂມ​ເຊ 1:39.

  9. ເບິ່ງ ເພງ​ສັນ​ລະ​ເສີນ 16:11; 3 ນີ​ໄຟ 28:10; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:59, 62; 130:2; 132:19–23.

  10. Dallin H. Oaks, Oct. 1993 general conference (Ensign, Nov. 1993, 75).

  11. ເບິ່ງ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 38.4.2.8 , ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  12. ຄູ່​ມື​ທົ່ວ​ໄປ, 38.4.2, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  13. ຄູ່​ມື​ທົ່ວ​ໄປ, 38.6.20 , ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.