2025
ເບິ່ງ​ທີ່​ພຣະ​ຄຣິດ
ເດືອນ​ມັງ​ກອນ 2024


ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ມັງ​ກອນ 2025

ເບິ່ງ​ທີ່​ພຣະ​ຄຣິດ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:36

ຄຳ​ຂວັນ​ປະ​ຈຳ​ປີ 2025 ຈະ​ຊ່ວຍ​ເຈົ້າ​ເລືອກ​ທີ່​ຈະ​ໄວ້​ວາງ​ໃຈ​ຫລາຍ​ກວ່າ​ສົງ​ໄສ ແລະ ມີ​ສັດ​ທາ​ຫລາຍ​ກວ່າ​ຢ້ານ​ກົວ.

ໂລ​ໂກ້​ຄຳ​ຂວັນ​ຊາວ​ໜຸ່ມ​ປະ​ຈຳ​ປີ 2025

ໄຄ​ລີ ອາ​ຍຸ 17 ປີ ເຄີຍ​ຢູ່​ໃນ​ທີມ​ກອງ​ເຊຍ​ຈົນ​ກວ່າ​ອຸ​ບັດ​ຕິ​ເຫດ​ໄດ້​ເຮັດ​ໃຫ້​ລາວ​ບາດ​ເຈັບ​ທີ່​ສະ​ໝອງ. ການ​ຟື້ນ​ຕົວ​ຂອງ​ລາວ​ໄດ້​ເຮັດ​ໃຫ້​ລາວ​ບໍ່​ສາ​ມາດ​ໄປ​ໂຮງ​ຮຽນ, ແລະ ລາວ​ໄດ້​ເລີ່ມ​ຮູ້​ສຶກ​ໂດດ​ດ່ຽວ ແລະ ດຽວ​ດາຍ. ລາວ​ໄດ້​ຕໍ່​ສູ້​ດີ້ນ​ລົນ​ກັບ​ທາງ​ດ້ານ​ອາ​ລົມ ແລະ ບໍ່​ຮູ້​ວ່າ​ຈະ​ຫັນ​ໄປ​ຫາ​ຄວາມ​ຊ່ວຍ​ເຫລືອ​ໄດ້​ຢູ່​ໃສ. ເພື່ອນ​ຄົນ​ໜຶ່ງ​ໄດ້​ແນະ​ນຳ​ລາວ​ວ່າ​ໃຫ້​ຟັງ​ຜູ້​ສອນ​ສາດ​ສະ​ໜາ. ເຂົາ​ເຈົ້າ​ໄດ້​ສິດ​ສອນ​ລາວ​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ການ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ພຣະ​ຄຣິດ​ໄດ້​ໃຫ້​ຄວາມ​ຫວັງ​ແກ່​ລາວ, ແລະ ລາວ​ໄດ້​ຮູ້​ສຶກ​ວ່າ​ພຣະ​ເຈົ້າ​ພຣະ​ອົງ​ເອງ​ໄດ້​ເອື້ອມ​ອອກ​ມາ​ຫາ​ລາວ.

ໄຄ​ລີ​ໄດ້​ບອກ​ກັບ​ແມ່​ຂອງ​ລາວ​ວ່າ, “ຂ້ອຍ​ບໍ່​ເຄີຍ​ຮູ້​ສຶກ​ມາ​ກ່ອນ​ວ່າ​ພຣະ​ເຈົ້າ​ຮັກ​ຂ້ອຍ. ແຕ່​ບັດ​ນີ້​ຂ້ອຍ​ຮູ້​ແລ້ວ​ວ່າ​ພຣະ​ອົງ​ຮັກ​ຂ້ອຍ.”

ແມ່​ຂອງ​ລາວ, ມິ​ເຊວ, ຮູ້​ສຶກ​ປະ​ຫລາດ​ໃຈ​ເລັກ​ນ້ອຍ. ເພິ່ນ ແລະ ສາ​ມີ, ບຣ໋ອກ, ໄດ້​ອອກ​ຈາກ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄປ​ຕັ້ງ​ແຕ່​ຕອນ​ທີ່​ໄຄ​ລີ​ອາ​ຍຸ​ໄດ້​ເຈັດ​ປີ ເພາະ​ວ່າ​ມີ​ຄຳ​ຖາມ, ຄວາມ​ສົງ​ໄສ, ແລະ ຄວາມ​ກັງ​ວົນ​ຫລາຍ​ຢ່າງ. ເຂົາ​ເຈົ້າ​ຄິດ​ວ່າ​ລູກ​ສາວ​ຂອງ​ເຂົາ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຫລາຍ​ກວ່າ ຖ້າ​ປາດ​ສະ​ຈາກ​ການ​ໄປ​ປະ​ຊຸມ​ທັງ​ໝົດ ແລະ ພຣະ​ບັນ​ຍັດ​ຕ່າງໆ. ເຂົາ​ເຈົ້າ​ບໍ່​ເຄີຍ​ຄິດ​ມາ​ກ່ອນ​ວ່າ​ທາງ​ເລືອກ​ຂອງ​ເຂົາ​ເຈົ້າ​ຈະ​ເຮັດ​ໃຫ້​ໄຄ​ລີ​ບໍ່​ສາ​ມາດ​ໃກ້​ຊິດ​ກັບ​ພຣະ​ເຈົ້າ​ໄດ້. ເມື່ອ​ມິ​ເຊວ ແລະ ບຣ໋ອກ​ສັງ​ເກດ​ເຫັນ​ວ່າ​ໄຄ​ລີ​ໄດ້​ປ່ຽນ​ແປງ​ໄປ, ເຂົາ​ເຈົ້າ​ກໍ​ຮັບ​ຮູ້​ວ່າ​ເຂົາ​ເຈົ້າ​ບໍ່​ໄດ້​ຮູ້​ສຶກ​ໃກ້​ຊິດ​ກັບ​ພຣະ​ເຈົ້າ​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ, ແລະ ເຂົາ​ເຈົ້າ​ຕ້ອງ​ການ​ທີ່​ຈະ​ຮູ້​ສຶກ​ແບບ​ນັ້ນ​ອີກ​ຄັ້ງ.

ເຂົາ​ເຈົ້າ​ໄດ້​ໄປ​ພົບ​ກັບ​ອະ​ທິ​ການ​ຂອງ​ເຂົາ​ເຈົ້າ, ແລະ ບໍ່​ດົນ​ຄອບ​ຄົວ​ນັ້ນ, ລວມ​ທັງ​ອ້າຍ​ຂອງ​ໄຄ​ລີ ທ້າວ​ເບຣ​ເດັນ, ໄດ້​ກັບ​ຄືນ​ມາ​ໂບດ. ຄວາມ​ຮູ້​ສຶກ​ໃກ້​ຊິດ​ກັບ​ພຣະ​ເຈົ້າ ແລະ ການ​ເຊື່ອມ​ຕໍ່​ກັບ​ພຣະ​ອົງ​ອີກ​ຄັ້ງ—ໂດຍ​ສະ​ເພາະ​ຜ່ານ​ທາງ​ການ​ອະ​ທິ​ຖານ—ໄດ້​ຟື້ນ​ຟູ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ອີກ​ຄັ້ງ. ການ​ກັບ​ຄືນ​ມາ​ໂບດ​ບໍ່​ໄດ້​ຕອບ​ຄຳ​ຖາມ ຫລື ແກ້​ໄຂ​ຄວາມ​ກັງ​ວົນ​ທັງ​ໝົດ​ຂອງ​ເຂົາ​ເຈົ້າ, ແຕ່​ເຂົາ​ເຈົ້າ​ຮັບ​ຮູ້​ວ່າ​ການ​ເຊື່ອມ​ຕໍ່​ສ່ວນ​ຕົວ​ທີ່​ເຂັ້ມ​ແຂງ​ກັບ​ພຣະ​ເຈົ້າ​ນັ້ນ​ສຳ​ຄັນ​ກວ່າ​ການ​ທີ່​ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ເຊື່ອ.

ທັງ​ໝົດ​ນີ້ ແມ່ນ​ເລີ່ມ​ຕົ້ນ​ເມື່ອ​ເພື່ອນ​ຄົນ​ໜຶ່ງ—ໄວ​ລຸ້ນ​ຄື​ກັນ​ກັບ​ເຈົ້າ—ໄດ້​ເຊື້ອ​ເຊີນ​ໄຄ​ລີ​ໃຫ້​ເບິ່ງ​ທີ່​ພຣະ​ຄຣິດ. ແລະ ລາວ​ກໍ​ໄດ້​ເຮັດ!

ພຣະ​ເຢ​ຊູ​ຄຣິດ​ໄດ້​ກ່າວ​ວ່າ, “ຈົ່ງ​ເບິ່ງ​ທີ່​ເຮົາ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ; ຢ່າ​ສົງ​ໄສ, ຢ່າ​ສູ່​ຢ້ານ”(ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:36). ນີ້​ຄື​ແຮງ​ບັນ​ດານ​ໃຈ​ເບື້ອງ​ຫລັງ​ຂອງ ຄຳ​ຂວັນ​ຊາວ​ໜຸ່ມ​ປະ​ຈຳ​ປີ 2025. ພວກ​ເຮົາ​ຂໍ​ແບ່ງ​ປັນ​ກັບ​ເຈົ້າ​ວິ​ທີ​ທີ່​ເຈົ້າ​ສາ​ມາດ​ເລືອກ​ທີ່​ຈະ​ໄວ້​ວາງ​ໃຈ​ຫລາຍ​ກວ່າ​ສົງ​ໄສ ແລະ ມີ​ສັດ​ທາ​ຫລາຍ​ກວ່າ​ຢ້ານ​ກົວ ຂະ​ນະ​ທີ່​ເຈົ້າ​ເບິ່ງ​ທີ່​ພຣະ​ຄຣິດ:

ຝ່າຍ​ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ສາ​ມັນ

ຊ້າຍ​ຫາ​ຂວາ: ຊິດ​ສະ​ເຕີ ຣູ​ເນຍ, ປະ​ທານ​ຟຣີ​ແມນ, ຊິດ​ສະ​ເຕີ ສະ​ແປນ​ນາວສ໌

ທາ​ມາ​ຣາ ດັບ​ເບິນ​ຢູ ຣູ​ເນຍ

ເມື່ອ​ຂ້ອຍ​ເຈິ​ບັນ​ຫາ, ຂ້ອຍ​ມັກ​ທີ່​ຈະ​ຄິດ​ເຖິງ​ພຣະ​ເຢ​ຊູ​ຄຣິດ​ທີ່​ອ້າ​ອ້ອມ​ແຂນ​ຂອງ​ພຣະ​ອົງ​ໄວ້. ເມື່ອ​ຂ້ອຍ​ເບິ່ງ​ໄປ​ທີ່​ພຣະ​ອົງ, ຂ້ອຍ​ຈື່​ຈຳ​ຄຳ​ເວົ້າ​ໃນ​ບົດ​ເພງ​ທີ່​ວ່າ, “ເຮົາ​ຈະ​ຕາມ​ພຣະ​ເຢ​ຊູ”: “ພຣະ​ອົງ​ຈະ​ບໍ່​ປ່ອຍ​ປະ, ແມ່ນ​ແຕ່​ເມື່ອ​ເຮົາ​ລົ້ມ.”

ເອັມ​ມະ​ລີ ແບວ ຟຣີ​ແມນ

ເມື່ອ​ຂ້ອຍ​ໄດ້​ອ່ານ​ຄຳ​ຂວັນ​ພຣະ​ຄຳ​ພີ​ນີ້, ເຮັດ​ໃຫ້​ຂ້ອຍ​ຈື່​ຈຳ​ເລື່ອງ​ລາວ​ຂອງ​ເປ​ໂຕ​ທີ່​ຢູ່​ເທິງ​ໜ້າ​ນ້ຳ​ທະ​ເລ​ຄາ​ລີ​ເລ. ການ​ສຸມ​ໃຈ​ໃສ່​ທີ່​ພະ​ຍຸ​ຝົນ​ໄດ້​ເພີ່ມ​ຄວາມ​ຢ້ານ​ກົວ ແລະ ຄວາມ​ສົງ​ໄສ, ເປັນ​ການ​ເຮັດ​ໃຫ້​ເພິ່ນ​ຈົມ​ລົງ​ໄປ​ໃນ​ຄື້ນ​ຂອງ​ພະ​ຍຸ. ແຕ່​ການ​ສຸມ​ໃຈ​ໃສ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ໃຫ້​ເພິ່ນ​ປະ​ສົບ​ຜົນ​ສຳ​ເລັດ​ກັບ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ເພິ່ນ​ບໍ່​ເຄີຍ​ເຮັດ​ມາ​ກ່ອນ: ເພິ່ນ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ໄດ້! ມັນ​ເປັນ​ສິ່ງ​ທີ່​ອັດ​ສະ​ຈັນ​ຫລາຍ, ແທ້ໆ. ແມ່ນ​ຫຍັງ​ທີ່​ເຈົ້າ​ປະ​ສົບ​ຜົນ​ສຳ​ເລັດ​ໄດ້​ເມື່ອ​ເຈົ້າ​ເບິ່ງ​ທີ່​ພຣະ​ອົງ?

ແອນ​ເດຣຍ ມູ​ໂຍສ ສະ​ແປນ​ນາວສ໌

ເມື່ອ​ຂ້ອຍ​ຮູ້​ສຶກ​ຢ້ານ, ບໍ່​ວ່າ​ຂ້ອຍ​ຈະ​ຢູ່​ໃສ ຫລື ຢູ່​ໃນ​ສະ​ຖາ​ນະ​ການ​ໃດ​ກໍ​ຕາມ, ຂ້ອຍ​ຕັ້ງ​ໃຈ​ຄິດ​ເຖິງ​ຄວາມ​ສຳ​ພັນ​ລະ​ຫວ່າງ​ຂ້ອຍ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ຂ້ອຍ​ຈະ​ເວົ້າ​ຊ້ຳ​ໄປ​ມາ​ໃນ​ໃຈ​ຫລາຍໆ​ຄັ້ງ​ວ່າ: ເຮົາ​ເປັນ​ທິ​ດາ​ຂອງ​ພຣະ​ເຈົ້າ. ຂ້ອຍ​ເຮັດ​ແນວ​ນີ້​ຕໍ່​ໄປ​ຈົນ​ກວ່າ​ຂ້ອຍ​ເລີ່ມ​ຮູ້​ສຶກ​ດີ​ຂຶ້ນ. ມັນ​ໄດ້​ຜົນ​ສະ​ເໝີ!

ຝ່າຍ​ປະ​ທານ​ອົງ​ການ​ຊາຍ​ໜຸ່ມ​ສາ​ມັນ

ຊ້າຍ​ຫາ​ຂວາ: ບຣາ​ເດີ ວິວ​ຄ໊ອກສ໌, ປະ​ທານ​ລັນ, ບຣາ​ເດີ ແນວ​ສັນ

ແບຣດ​ລີ ອາ ວິວ​ຄ໊ອກສ໌

ຖາມ​ຕົວ​ເຈົ້າ​ເອງ​ວ່າ​ແມ່ນ​ໃຜ​ທີ່​ເປັນ​ຫ່ວງ​ເຈົ້າ ແລະ ຮັກ​ເຈົ້າ​ທີ່​ສຸດ. ຄື​ພໍ່​ແມ່​ຂອງ​ເຈົ້າ ແລະ ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ບໍ? ຄື​ຜູ້​ຄົນ​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ທີ່​ເຈົ້າ​ເປັນ​ໝູ່​ພຽງ​ແຕ່​ຕົວ​ເລກ​ກັບ​ເຂົາ​ບໍ? ຈົ່ງ​ເບິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ພວກ​ພຣະ​ອົງ​ເປັນ​ຫ່ວງ​ເຈົ້າ​ແທ້ໆ!

ສະ​ຕີບ​ເວັນ ເຈ ລັນ

ຈົ່ງ​ຈື່​ຈຳ​ສິ່ງ​ທີ່​ເຕືອນ​ໃຈ​ເຈົ້າ​ເມື່ອ​ເຈົ້າ​ທ່ອງ​ຄຳ​ຂວັນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຄຳ​ຂວັນ​ຂອງ​ຍິງ​ໜຸ່ມ ທີ່​ວ່າ: ເຮົາ​ເປັນ​ບຸດ ແລະ ທິ​ດາ​ທີ່​ຮັກ​ຫອມ​ຂອງ​ພຣະ​ເຈົ້າ. ຈົ່ງ​ມີ​ສັດ​ທາ​ວ່າ​ພຣະ​ບິ​ດາ​ຂອງ​ເຮົາ​ມີ​ແຜນ​ສຳ​ລັບ​ເຈົ້າ. ການ​ເບິ່ງ​ທີ່​ພຣະ​ຄຣິດ​ໝາຍ​ເຖິງ​ການ​ເຫັນ​ວ່າ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ຄື​ຈຸດ​ສູນ​ກາງ​ຂອງ​ແຜນ​ນັ້ນ.

ໄມ​ໂກ ທີ ແນວ​ສັນ

ການ​ອ່ານ​ພຣະ​ຄຳ​ພີ​ເປັນ​ການ​ເບິ່ງ​ທີ່​ພຣະ​ຄຣິດ! ຄວາມ​ສົງ​ໄສ ແລະ ຄວາມ​ຢ້ານ​ກົວ​ຈະ​ຫາຍ​ໄປ​ໂດຍ​ທຳ​ມະ​ຊາດ​ໃນ​ຂະ​ນະ​ທີ່​ເຮົາ​ລະ​ນຶກ​ເຖິງ​ສິ່ງ​ມະ​ຫັດ​ສະ​ຈັນ ແລະ ຄຳ​ສອນ​ຂອງ​ພຣະ​ເຢ​ຊູ. ເຮົາ​ໂຊກ​ດີ​ຫລາຍ​ທີ່​ສາ​ມາດ​ເຂົ້າ​ເຖິງ​ພຣະ​ຄຳ​ຂອງ​ພຣະ​ອົງ. ຄຳ​ສອນ​ແມ່ນ​ກ່ຽວ​ຂ້ອງ​ກັບ​ທຸກ​ສະ​ຖາ​ນະ​ການ​ທີ່​ເຮົາ​ປະ​ສົບ​ໃນ​ຊີ​ວິດ​ຂອງ​ເຮົາ.

ແຫລ່ງ​ອ້າງ​ອີງ

  1. Words and music by Stephen P. Schank (ເບິ່ງ Friend, Feb. 2020, 27; ເບິ່ງ Hymns—For Home and Church, no. 1004 ນຳ​ອີກ).