2025
ໄພ່​ພົນ​ໄປ​ຍັງ​ພາກ​ຕາ​ເວັນ​ຕົກ
ເດືອນ​ທັນ​ວາ 2025 Friend


“The Saints Go West,” Friend, December 2025, 26–28.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ທັນ​ວາ 2025

ໄພ່​ພົນ​ໄປ​ຍັງ​ພາກ​ຕາ​ເວັນ​ຕົກ

ບຣິ​ກຳ ຢັງ ກຳ​ລັງ​ເບິ່ງ​ຜູ້​ຄົນ​ເຮັດ​ວຽກ​ໃນ​ພຣະ​ວິ​ຫານ​ນາ​ວູ​ທີ່​ຍັງ​ບໍ່​ສຳ​ເລັດ

ຫລັງ​ຈາກ​ໂຈ​ເຊັບ ສະ​ມິດ ໄດ້​ເສຍ​ຊີ​ວິດ, ບຣິ​ກຳ ຢັງ ແລະ ອັກ​ຄະ​ສາ​ວົກ​ຄົນ​ອື່ນໆ​ໄດ້​ນຳ​ພາ​ສາດ​ສະ​ໜາ​ຈັກ. ບຣິ​ກຳ​ຮູ້​ວ່າ​ໄພ່​ພົນ​ຕ້ອງ​ໜີ​ຈາກ​ເມືອງ​ນາ​ວູ ເພາະ​ມັນ​ບໍ່​ປອດ​ໄພ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ເຂົາ​ເຈົ້າ​ສ້າງ​ພຣະ​ວິ​ຫານ​ໃຫ້​ສຳ​ເລັດ​ກ່ອນ.

ບຣິ​ກຳ ຢັງ ກຳ​ລັງ​ຕ້ອນ​ຮັບ​ຜູ້​ຄົນ​ທີ່​ພຣະ​ວິ​ຫານ

ເມື່ອ​ພຣະ​ວິ​ຫານ​ສຳ​ເລັດ​ແລ້ວ, ໄພ່​ພົນ​ຫລາຍ​ພັນ​ຄົນ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ຮັບ​ການ​ຜະ​ນຶກ​ເປັນ​ຄອບ​ຄົວ.

ໄພ່​ພົນ​ກຳ​ລັງ​ຍ່າງ​ຜ່ານ​ພະ​ຍຸ​ຫິ​ມະ

ບັດ​ນີ້​ເຖິງ​ເວ​ລາ​ແລ້ວ​ທີ່​ຈະ​ເລີ່ມ​ຕົ້ນ​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ​ໄປ​ຍັງ​ພາກ​ຕາ​ເວັນ​ຕົກ. ອາ​ກາດ​ໜາວ​ເຢັນ, ແລະ ຜູ້​ຄົນ​ກໍ​ເຈັບ​ປ່ວຍ ແລະ ຫິວ​ໂຫຍ.

ຄອບ​ຄົວ​ກຳ​ລັງ​ຊ່ວຍ​ຄົນ​ອື່ນ​ຫາ​ອາ​ຫານ ແລະ ຜ້າ​ຫົ່ມ​ໃນ​ຄວາມ​ໜາວ​ເຢັນ

ບຣິ​ກຳ​ໄດ້​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ຄວນ​ຊ່ວຍ​ເຫລືອ​ຄົນ​ອື່ນ, ແລະ ພຣະ​ອົງ​ຈະ​ອວຍ​ພອນ​ເຂົາ​ເຈົ້າ ແລະ ຊ່ວຍ​ເຫລືອ​ເຂົາ​ເຈົ້າ.

ຄອບ​ຄົວ​ໜຶ່ງ​ກຳ​ລັງ​ຄຸ​ເຂົ່າ​ຢູ່​ຂ້າງ​ບ່ອນ​ຝັງ​ສົບ

ການ​ເດີນ​ທາງ​ຍັງ​ຍາກ​ລຳ​ບາກ​ຫລາຍ. ບາງ​ຄົນ​ໄດ້​ເສຍ​ຊີ​ວິດ​ໄປ. ແຕ່​ເນື່ອງ​ຈາກ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ​ຂອງ​ເຂົາ​ເຈົ້າ, ໄພ່​ພົນ​ຈຶ່ງ​ຮູ້​ວ່າ ເຂົາ​ເຈົ້າ​ຈະ​ເຫັນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ອີກ.

ບຣິ​ກຳ ຢັງ ຢູ່​ເທິງ​ກວຽນ​ກຳ​ລັງ​ຫລຽວ​ເບິ່ງ​ຮ່ອມ​ພູ​ເຊົາ​ເລັກ

ໄພ່​ພົນ​ກຸ່ມ​ທຳ​ອິດ​ໄດ້​ມາ​ເຖິງ​ຮ່ອມ​ພູ​ເຊົາ​ເລັກ​ໃນ​ປີ 1847. ຢູ່​ທີ່​ນີ້​ເຂົາ​ເຈົ້າ​ສາ​ມາດ​ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ​ຢ່າງ​ສະ​ຫງົບ​ສຸກ.

ຮູບ​ພາບ​ພຣະ​ວິ​ຫານ ແລະ ຜູ້​ສອນ​ສາດ​ສະ​ໜາ​ທີ່​ມີ​ໜ່ວຍ​ໂລກ​ຢູ່​ເບື້ອງ​ຫລັງ

ໃນ​ໄລ​ຍະ​ຫລາຍ​ປີ​ທີ່​ຜ່ານ​ມາ, ໄພ່​ພົນ​ຢ່າງ​ຫລວງ​ຫລາຍ​ໄດ້​ມາ​ຮອດ ແລະ ສ້າງ​ພຣະ​ວິ​ຫານ​ຫລາຍ​ແຫ່ງ​ຂຶ້ນ. ຜູ້​ສອນ​ສາດ​ສະ​ໜາ​ໄດ້​ເດີນ​ທາງ​ໄປ​ທົ່ວ​ໂລກ ເພື່ອ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສືບ​ຕໍ່​ເຕີບ​ໂຕ, ເປັນ​ພອນ​ໃຫ້​ແກ່​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢູ່​ທົ່ວ​ທຸກ​ແຫ່ງ.

ໜ້າ​ລະ​ບາຍ​ສີ

ພຣະ​ອົງ​ເປັນ​ຄວາມ​ສະ​ຫວ່າງ, ເປັນ​ຊີ​ວິດ, ແລະ ເປັນ​ຄວາມ​ຫວັງ​ຂອງ​ໂລກ

ໜ້າ​ລະ​ບາຍ​ສີ PDF ກຸມ​ມານ​ນ້ອຍ​ເຢ​ຊູ​ໃນ​ຮາງ​ຫຍ້າ ແລະ ລູກ​ແກະ

ພາບ​ປະ​ກອບ ໂດຍ ໂຄ​ຣີ ເອັກ​ເບີດ

ເຈົ້າ​ເຮັດ​ຫຍັງ​ໃນ​ວັນ​ຄຣິດ​ສະ​ມາດ​ເພື່ອ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ?