2025
ເຈນ ແມນ​ນິງ ເດີນ​ທາງ​ໄປ​ເມືອງ​ນາ​ວູ
ເດືອນ​ຕຸ​ລາ 2025


“Jane Manning Travels to Nauvoo,”Friend, October 2025, 26–28.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ຕຸ​ລາ 2025

ເຈນ ແມນ​ນິງ ເດີນ​ທາງ​ໄປ​ເມືອງ​ນາ​ວູ

ຊາຍ​ຄົນ​ໜຶ່ງ​ກຳ​ລັງ​ໃຫ້​ການ​ບັບ​ຕິ​ສະ​ມາ​ແກ່​ເຈນ ແມນ​ນິງ ໃນ​ສະ​ຖານ​ທີ່​ກາງ​ແຈ້ງ

ໃນ​ສະ​ຖານ​ທີ່​ທີ່​ເຈນ ແມນ​ນິງ ອາ​ໄສ​ຢູ່, ມີ​ຜູ້​ຄົນ​ບາງ​ຈຳ​ນວນ​ໄດ້​ປະ​ຕິ​ບັດ​ບໍ່​ດີ​ກັບ​ລາວ ຍ້ອນ​ສີ​ຜິວ​ຂອງ​ລາວ. ມື້ໜຶ່ງ, ລາວໄດ້ຍິນຜູ້ສອນສາດສະໜາກຳລັງສິດສອນ. ຕໍ່ມາບໍ່ດົນລາວກໍໄດ້ຮັບບັບຕິສະມາ.

ເຈນ ແລະ ຄອບຄົວຂອງລາວກຳລັງຢືນຢູ່ຄີມຝັ່ງໃກ້ກັບເຮືອລຳໜຶ່ງ

ຄອບຄົວຂອງຈນກໍໄດ້ຮັບບັບຕິສະມາເຊັ່ນກັນ. ເຂົາເຈົ້າທັງໝົດຕ້ອງການຈະໄປຢູ່ກັບໄພ່ພົນທີ່ເມື່ອງນາວູ. ສະນັ້ນເຂົາເຈົ້າຈຶ່ງໄດ້ເລີ່ມການເດີນທາງ.

ເຈນ ແລະ ຄອບຄົວຂອງລາວກຳລັງຖືກະເປົາ ແລະ ເບິ່ງເຮືອເດີນທາງອອກໄປສູ່ແມ່ນໍ້າ

ໃນສ່ວນໜຶ່ງຂອງການເດີນທາງ ຄອບຄົວຂອງເຈນຕ້ອງການເດີນທາງດ້ວຍເຮືອ, ແຕ່ວ່າເຂົາເຈົ້າບໍ່ມີເງິນພຽງພໍ. ສະນັ້ນເຂົາເຈົ້າຈຳເປັນຕ້ອງຍ່າງໄປ 800 ໄມ (1,300 ກິໂລແມັດ).

ເຈນ ແລະ ຄອບຄົວຂອງລາວກຳລັງຍ່າງດ້ວຍເກີບຂາດ ແລະ ເຄື່ອງນຸ່ງທີ່ມີແຕ່ຂີ້ຕົມ

ເຂົາເຈົ້າຈຳຕ້ອງຂ້າມນໍ້າເລິກ ແລະ ນອນຢູ່ຂ້າງນອກດ້ວຍຄວາມໜາວເຢັນ. ແຕ່ເຂົາເຈົ້າຕັ້ງໃຈທີ່ຈະໄປໃຫ້ຮອດເມືອງນາວູ. ເຂົາເຈົ້າໄດ້ເຊຍຕົວເອງ ໂດຍການຮ້ອງເພງຂະນະທີ່ຍ່າງໄປ.

ເຈນກຳລັງຫໍ່ຕີນຊາຍຄົນໜຶ່ງດ້ວຍຜ້າພັນແຜ

ຄອບຄົວຂອງເຈນໄດ້ຍ່າງຈົນເກີບຂາດ ແລະ ຕີນຂອງເຂົາເຈົ້າກໍເຈັບປວດ. ແຕ່ເມື່ອເຂົາເຈົ້າໄດ້ອະທິຖານຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ, ພຣະອົງໄດ້ປິ່ນປົວຕີນຂອງເຂົາເຈົ້າ.

ຄົນກຸ່ມໜຶ່ງກຳລັງເບິ່ງເຈນກັບຍິງຄົນໜຶ່ງທີ່ກຳລັງອູ້ມເດັກນ້ອຍທີ່ບໍ່ສະບາຍ

ເຂົາເຈົ້າໄດ້ຊ່ວຍຜູ້ຄົນທີ່ເຂົາເຈົ້າພົບເຫັນຕາມຫົນທາງ. ເຂົາເຈົ້າຍັງໄດ້ຊ່ວຍປິ່ນປົວເດັກຄົນໜຶ່ງທີ່ເຈັບປ່ວຍນຳອີກ ເພາະສັດທາຂອງເຂົາເຈົ້າ.

ເຈນກຳລັງກອດກັບເອັມມາ ສະມິດ ພ້ອມດ້ວຍ ໂຈເຊັບ ສະມິດ ທີ່ກຳລັງຍິ້ມຢູ່

ໃນທີ່ສຸດ, ເຈນ ແລະ ຄອບຄົວຂອງລາວກໍໄດ້ໄປເຖິງເມືອງນາວູ! ເມື່ອໂຈເຊັບ ສະມິດ ໄດ້ຍິນເລື່ອງລາວທັງໝົດທີ່ເຂົາເຈົ້າໄດ້ຜ່ານຜ່າ, ເພິ່ນກໍບອກເຈນວ່າ, “ຂໍພຣະເຈົ້າອວຍພອນ. ຕອນນີ້ເຈົ້າຢູ່ທ່າມກາງໝູ່ເພື່ອນແລ້ວ.”

ໜ້າລະບາຍສີ

ພຣະເຢຊູປະສົງໃຫ້ເຮົາຮັກທຸກຄົນ

ໜ້າລະບາຍສີ PDF ເດັກນ້ອຍສອງຄົນກຳລັງນັ່ງນຳກັນຢູ່ເທິງຕັ່ງ

ພາບປະກອບ ໂດຍ ໂຄຣີ ເອັກເບີດ

ເຈົ້າຈະສະແດງຄວາມຮັກຕໍ່ຄົນອື່ນແນວໃດ?