“Building Nauvoo,” Friend, September 2025, 26–28.
ຂ່າວສານປະຈຳເດືອນ Friend, ເດືອນກັນຍາ 2025
ການສ້າງສາເມືອງນາວູ
ພຣະຜູ້ເປັນເຈົ້າບອກໃຫ້ໄພ່ພົນເຕົ້າໂຮມກັນຢູ່ໃນສະຖານທີ່ໃໝ່. ມັນຢູ່ໃກ້ແມ່ນ້ຳໃຫຍ່, ບ່ອນທີ່ພື້ນດິນປຽກ ແລະ ເປັນຕົມ. ມັນເບິ່ງຄືກັບວ່າສະຖານທີ່ນັ້ນບໍ່ແມ່ນສະຖານທີ່ຈະສ້າງເມືອງ. ແຕ່ສາດສະດາໂຈເຊັບ ສະມິດ ຮູ້ວ່າດ້ວຍການຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ, ພວກເພິ່ນຈະສາມາດເຮັດໃຫ້ມັນສວຍງາມໄດ້.
ໄພ່ພົນໄດ້ເຮັດວຽກໜັກເພື່ອຈະເຮັດໃຫ້ມັນເປັນສະຖານທີ່ດີເພື່ອອາໃສຢູ່. ໂຈເຊັບໄດ້ເອີ້ນເມືອງນັ້ນວ່າ ນາວູ, ຊຶ່ງມີຄວາມໝາຍວ່າ “ສະຖານທີ່ສວຍງາມ.”
ພຣະຜູ້ເປັນເຈົ້າຢາກໃຫ້ໄພ່ພົນຂອງພຣະອົງສ້າງພຣະວິຫານໃນເມືອງນາວູ. ຜູ້ຄົນເລີ່ມເຮັດວຽກຢ່າງໄວວາ.
ພຣະຜູ້ເປັນເຈົ້າມີພອນອັນຍິ່ງໃຫຍ່ທີ່ຈະໃຫ້ກັບຜູ້ຄົນຂອງພຣະອົງ. ໃນພຣະວິຫານ, ພວກເຂົາຈະໄດ້ເຮັດພັນທະສັນຍາ, ຫລື ເຮັດຄຳສັນຍາພິເສດ, ກັບພຣະຜູ້ເປັນເຈົ້າ. ພວກເຂົາຍັງຈະໄດ້ຮຽນຮູ້ກ່ຽວກັບແຜນແຫ່ງຄວາມສຸກຂອງພຣະບິດາເທິງສະຫວັນທີ່ມີໃຫ້ກັບລູກໆຂອງພຣະອົງໝົດທຸກຄົນນຳອີກ.
ໄພ່ພົນໄດ້ເຮັດວຽກໜັກເພື່ອສ້າງພຣະວິຫານ. ມັນໃຊ້ເວລາດົນນານ, ແຕ່ວ່າພວກເຂົາຕື່ນເຕັ້ນທີ່ຈະຮຽນຮູ້ກ່ຽວກັບຄຳສັນຍາພິເສດທີ່ພຣະຜູ້ເປັນເຈົ້າມີໄວ້ໃຫ້ກັບພວກເຂົາໃນພຣະວິຫານຂອງພຣະອົງ.
ໜ້າລະບາຍສີ
ພຣະວິຫານແມ່ນບ້ານຂອງພຣະຜູ້ເປັນເຈົ້າ.
ພາບປະກອບ ໂດຍ ໂຄຣີ ເອັກເບີດ
ເຈົ້າຮູ້ສຶກແນວໃດຕອນເຈົ້າເຫັນພຣະວິຫານ?
© 2025 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Friend Message, September 2025. Laotian. 19640 331