ອັບເດດຫລັກສູດ (2024)
ອັບເດດຫລັກສູດ
ການປະກາດການອັບເດດແຫລ່ງຊ່ວຍເຫລືອ EnglishConnect
ອຸປະກອນສະບັບອັບເດດຂອງ EnglishConnect ໃນຮູບແບບດິຈິຕ້ອນ ບັດນີ້ໄດ້ມີໃຫ້ບໍລິການແລ້ວເປັນພາສາອັງກິດ ຢູ່ໃນແອັບຫ້ອງສະໝຸດພຣະກິດຕິຄຸນ ແລະ ທີ່ ChurchofJesusChrist.org. ການອັບເດດສະທ້ອນໃຫ້ເຫັນເຖິງການປັບປຸງເພື່ອຊ່ວຍສະໜັບສະໜູນຜູ້ຮຽນ, ຄູສອນ, ແລະ ຜູ້ນຳ. ຕົວຢ່າງແມ່ນລວມທັງແຫລ່ງຊ່ວຍເຫລືອຕ່າງໆ ສຳລັບການຝຶກຊ້ອມໃນແຕ່ລະວັນ, ການຊ່ວຍເຫລືອແປພາສາ, ແລະ ຫລັກທຳຂອງການຮຽນຮູ້ ໂດຍການສຶກສາ ແລະ ດ້ວຍສັດທາ. ຮຽນຮູ້ເພີ່ມເຕີມທີ່ englishconnect.org/updates
ການອັບເດດເຫລົ່ານີ້ກຳລັງຖືກແປເພີ່ມເຕີມຫລາຍກວ່າ 40 ພາສາ. ຜູ້ນຳໃນທ້ອງຖິ່ນຈະໄດ້ຮັບການແຈ້ງເຕືອນ ເມື່ອສະບັບອີເລັກໂທຣນິກໄດ້ຮັບການແກ້ໄຂ ແລະ ສະບັບພິມມີໃຫ້ບໍລິການເປັນພາສາທ້ອງຖິ່ນຂອງເຂົາເຈົ້າ. ສະມາຊິກ ແລະ ຜູ້ສອນສາດສະໜາ ຄວນສືບຕໍ່ນຳໃຊ້ອຸປະກອນ EnglishConnect ສະບັບປະຈຸບັນ ຈົນກວ່າສະບັບທີ່ອັບເດດແລ້ວມີໃຫ້ບໍລິການ.
ເຂົ້າຊົມອຸປະກອນໃໝ່ຂອງ EnglishConnect ໄດ້ໃນຫ້ອງສະໝຸດພຣະກິດຕິຄຸນ:
ແນະນຳໃຫ້ໃຊ້ຄູ່ມືສຳລັບຜູ້ຮຽນ EnglishConnect ໃນຮູບແບບດິຈິຕ້ອນ, ແລະ ທ່ານສາມາດສັ່ງຊື້ອຸປະກອນສະບັບຈັດພິມໄດ້ ເມື່ອມີໃຫ້ບໍລິການໃນຮ້ານຄ້າອອນລາຍທີ່ store.ChurchofJesusChrist.org (Gospel Study > Manuals and Guides > EnglishConnect).
ຜູ້ສອນຖືກສົ່ງເສີມໃຫ້ທົບທວນ ວິດີໂອ ການຝຶກອົບຮົມຄູສອນ ໃນຂະນະທີ່ເຂົາເຈົ້າກຽມພ້ອມນຳພາກຸ່ມສົນທະນາດ້ວຍແຫລ່ງອຸປະກອນທີ່ຖືກອັບເດດແລ້ວ.
ປ່ຽນແທນອຸປະກອນ EnglishConnect ສະບັບກ່ອນ
ອຸປະກອນ EnglishConnect ສະບັບກ່ອນ ບັດນີ້ແມ່ນຖືກຢຸດນຳໃຊ້ແລ້ວ. ເຖິງແມ່ນວ່າແຫລ່ງອຸປະກອນເຫລົ່ານີ້ຈະຖືກປ່ຽນແທນກໍຕາມ, ແຕ່ທ່ານຍັງສາມາດຊື້ອຸປະກອນສະບັບກ່ອນໄດ້ ໃນຂະນະທີ່ສິນຄ້າຍັງມີຢູ່ທີ່ຮ້ານຄ້າອອນລາຍ ຫລື ຈົນກວ່າສະບັບຈັດພິມທີ່ອັບເດດແລ້ວມີພ້ອມຂາຍ.
ກຸ່ມ EnglishConnect ໃນປະຈຸບັນແມ່ນຍັງສືບຕໍ່ການນຳໃຊ້ອຸປະກອນ EnglishConnect ສະບັບກ່ອນ ຈົນກວ່າກຸ່ມຈະສະຫລຸບຜົນການຮຽນ, ຫລື ເຂົາເຈົ້າອາດຈະເລີ່ມການນຳໃຊ້ສະບັບດິຈິຕ້ອນທີ່ອັບເດດແລ້ວ ທັນທີທີ່ມີໃຫ້ບໍລິການ.