ຂ່າວສານປະຈໍາເດືອນ ສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ, ເດືອນເມສາ 2026
ຫລັງຈາກຄວາມຜິດພາດຂອງເຈົ້າ—ແມ່ນແຕ່ຄວາມຜິດພາດຄັ້ງໃຫຍ່
ເຮົາສາມາດຮຽນຮູ້ໄດ້ຫລາຍຈາກອັກຄະສາວົກເປໂຕກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ, ການຊົດໃຊ້ຂອງພຣະອົງ, ແລະ ການລອງໃໝ່ອີກຄັ້ງ.
Peter’s Denial [ການປະຕິເສດຂອງເປໂຕ], ໂດຍ ຄາຣລ໌ ບລ໊ອກ
ພວກເຮົາສ່ວນຫລາຍເຄີຍສ້າງຢ່າງໜ້ອຍຄວາມຊົງຈຳໜຶ່ງທີ່ເຮົາຢາກຈະ ລືມ ມັນໄປ. ບໍ່ວ່າມັນຈະເປັນຊ່ວງເວລາຂອງຄວາມອັບອາຍລ້ວນໆ, ອຸບັດຕິເຫດທາງຮ່າງກາຍທີ່ເຈັບປວດ, ຫລື ການຜິດຖຽງກັນເມື່ອເຈົ້າໄດ້ເວົ້າສິ່ງທີ່ເຈົ້າຢາກຖອນມັນກັບມາ, ມີຫລາຍໆຊ່ວງເວລາໃນຊີວິດທີ່ປຸ່ມ “ເຮັດໃໝ່” ຫລື ແມ່ນແຕ່ “ລຶບ” ຟັງເປັນຕາໜ້າດຶງດູດໃຈເປັນຢ່າງຍິ່ງ.
ຄຳທຳນາຍທີ່ຂົມຂື່ນໄດ້ສຳເລັດຄົບຖ້ວນ
ອັກຄະສາວົກເປໂຕເປັນບຸກຄົນທີ່ໜ້າສົນໃຈເປັນຢ່າງຍິ່ງໃນພຣະຄຳພີໃໝ່. ລາວໄດ້ມີສັດທາ ແລະ ຄວາມກ້າຫານທີ່ຈະຍ່າງຢູ່ເທິງນໍ້າໄປຫາພຣະເຢຊູ, ແຕ່ເວລາບໍ່ພໍເທົ່າໃດຕໍ່ມາ ລາວກໍໄດ້ໃຫ້ຄວາມຢ້ານກົວເອົາຊະນະລາວ ແລະ ໄດ້ເລີ່ມຈົມລົງ, ໂດຍທີ່ຮ້ອງໃຫ້ພຣະຜູ້ເປັນເຈົ້າຊ່ວຍເຫລືອ (ເບິ່ງ ມັດທາຍ 14:28–31). ຂະນະທີ່ເຮົາບໍ່ຮູ້ລາຍລະອຽດທຸກຢ່າງກ່ຽວກັບຊີວິດຂອງເປໂຕ, ເຮົາຮູ້ວ່າຄັ້ງໜຶ່ງເພິ່ນໄດ້ຮ້ອງໄຫ້ຢ່າງຂົມຂື່ນ.
ພຽງແຕ່ບໍ່ເທົ່າໃດຊົ່ວໂມງກ່ອນທີ່ພຣະເຢຊູຄຣິດຈະຖືກຈັບ, ພຣະອົງໄດ້ທຳນາຍວ່າ ເປໂຕຈະປະຕິເສດພຣະອົງສາມເທື່ອກ່ອນໄກ່ຂັນສອງເທື່ອ. ເປໂຕປະຕິເສດທີ່ຈະເຊື່ອຄຳທຳນາຍເຊັ່ນນັ້ນ ແລະ ໄດ້ “ຕອບຢ່າງໜັກແໜ້ນຫລາຍຍິ່ງຂຶ້ນວ່າ, ‘ເຖິງແມ່ນຂ້ານ້ອຍຈະຕ້ອງຕາຍກັບທ່ານ ຂ້ານ້ອຍຈະບໍ່ປະຕິເສດທ່ານຈັກເທື່ອ’” (ມາຣະໂກ 14:31).
ແນ່ນອນ, ຄຳທຳນາຍຂອງພຣະຜູ້ຊ່ວຍໃຫ້ລອດໄດ້ກາຍເປັນຈິງ. ດ້ວຍຄວາມຫວາດກົວ ແລະ ຢ້ານກົວກ່ຽວກັບການຈັບກຸມຂອງພຣະຜູ້ຊ່ວຍໃຫ້ລອດ, ຄວາມກ້າຫານຂອງເປໂຕກໍໄດ້ຫາຍໄປຈາກເພິ່ນ. ຫລັງຈາກທີ່ໄດ້ປະຕິເສດວ່າລາວບໍ່ຮູ້ຈັກພຣະຜູ້ຊ່ວຍໃຫ້ລອດໄປແລ້ວສອງເທື່ອ, ແລະ ໄດ້ຖືກກົດດັນເປັນເທື່ອທີສາມ, ເປໂຕໄດ້ “ປ້ອຍດ່າ ແລະສາບານວ່າ, ‘ຄົນທີ່ພວກມຶງເວົ້ານັ້ນກູບໍ່ຮູ້ຈັກ.’” (ມາຣະໂກ 14:71).
ເມື່ອໄກ່ຂັນເປັນເທື່ອທີສອງ ແລະ ເປໂຕໄດ້ຈື່ຄຳທຳນາຍຂອງພຣະຜູ້ຊ່ວຍໃຫ້ລອດນັ້ນ, “ລາວ … ຮ້ອງໄຫ້ຢ່າງຂົມຂື່ນ” (ມັດທາຍ 26:75).
ແຕ່ນັ້ນບໍ່ແມ່ນຈຸດຈົບຂອງເລື່ອງລາວຂອງເພິ່ນ!
ການຫັນປ່ຽນ, ຕະຫລອດໄປ
ໂດຍທຸກສິ່ງທີ່ເຮົາສາມາດຮຽນຮູ້ໄດ້ໃນພຣະຄຳພີ, ຄວາມຢ້ານກົວຂອງເປໂຕບໍ່ເຄີຍຄອບງຳປະຈັກພະຍານຂອງເພິ່ນເຖິງພຣະເຢຊູຄຣິດອີກຈັກເທື່ອ. ເພິ່ນໄດ້ເປັນປະຈັກພະຍານຢ່າງກ້າຫານເຖິງພຣະຜູ້ຊ່ວຍໃຫ້ລອດໃນທຸກໆໂອກາດ, ໂດຍບໍ່ຄຳນຶງເຖິງຄວາມສ່ຽງສ່ວນຕົວຈາກການກະທຳດັ່ງກ່າວ. ໃຫ້ຈື່ໄວ້ວ່າ, ເປໂຕໄດ້ສິດສອນຜູ້ທີ່ຫາກໍ່ຄຶງພຣະເຢຊູຄຣິດ! ຄວາມອັນຕະລາຍແມ່ນມີແທ້!
ເມື່ອເປໂຕໄດ້ປິ່ນປົວຊາຍທີ່ເປັນເປ້ຍຕັ້ງແຕ່ເກີດ, ໂດຍສັ່ງໃຫ້ລາວ, “ໃນພຣະນາມແຫ່ງພຣະເຢຊູຄຣິດເຈົ້າໄທນາຊາເຣັດ ຈົ່ງຍ່າງໄປ” (ກິດຈະການ 3:6), ເພິ່ນກໍໄດ້ຖືກຈັບພ້ອມກັບໂຢຮັນ ແລະ ໄດ້ຖືກສອບສວນເຖິງວິທີທີ່ເພິ່ນໄດ້ກະທຳການອັດສະຈັນນີ້.
ເປໂຕໄດ້ຕອບໄປຢ່າງກ້າຫານວ່າ, “ກໍຂໍໃຫ້ພວກທ່ານທຸກຄົນ ຄືປະຊາຊົນອິດສະຣາເອນທັງໝົດຮູ້ວ່າ: ທີ່ຊາຍຄົນນີ້ຖືກຊົງໂຜດໃຫ້ຫາຍດີເປັນປົກກະຕິນັ້ນ ກໍໂດຍລິດເດດແຫ່ງນາມຊື່ຂອງພຣະເຢຊູຄຣິດເຈົ້າໄທນາຊາເຣັດ ຜູ້ທີ່ທ່ານທັງຫລາຍໄດ້ຄຶງໄວ້ທີ່ໄມ້ກາງແຂນ ແລະຜູ້ທີ່ພຣະເຈົ້າໄດ້ຊົງບັນດານໃຫ້ເປັນຄືນມາຈາກຕາຍ.
“ພຣະເຢຊູເຈົ້າອົງນີ້ແຫລະ ແມ່ນຜູ້ທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ຫີນທີ່ພວກທ່ານຜູ້ເປັນຊ່າງກໍ່ໄດ້ປະຖິ້ມບໍ່ຍອມໃຊ້ຖືວ່າບໍ່ມີຄຸນຄ່າຫຍັງກໍໄດ້ກາຍເປັນຫີນເສົາເອກ.’ ໃນຜູ້ອື່ນຄວາມລອດພົ້ນບໍ່ມີ ດ້ວຍວ່າ, ບໍ່ມີນາມຊື່ອື່ນໃດທົ່ວໃຕ້ຟ້າ ທີ່ຊົງປະທານແກ່ມະນຸດ ເພື່ອໃຫ້ເຮົາທັງຫລາຍຕ້ອງໄດ້ພົ້ນ.” (ກິດຈະການ 4:10–12).
ຊ່າງເປັນຄຳຕອບທີ່ກ້າຫານແທ້! ແລະ ເປັນຫລັກຖານທີ່ຊັດເຈນຂອງຄວາມເຊື່ອໝັ້ນຂອງເພິ່ນ.
ຜູ້ຮັບໃຊ້ທີ່ບໍ່ສົມບູນແບບ, ສາມາດຮັບໃຊ້ໄດ້ຢ່າງສົມບູນແບບ
ເຮົາແຕ່ລະຄົນຍ່ອມຈະເຮັດບາບໃນຊີວິດນີ້. ເຖິງແມ່ນວ່າ ເຮົາຈະພະຍາຍາມເຕັມທີ່ແລ້ວກໍຕາມ, ເຮົາກໍຍ່ອມຈະຂາດຕົກບົກພ່ອງກັບຄວາມຫວັງ ແລະ ເຈດຕະນາຂອງເຮົາເປັນບາງຄັ້ງຄາວ. ດັ່ງທີ່ປະທານ ແຈັບຟະຣີ ອາ ຮໍແລນ (1940–2025), ປະທານກຸ່ມອັກຄະສາວົກສິບສອງ, ໄດ້ສິດສອນຄັ້ງໜຶ່ງວ່າ, “ຍົກເວັ້ນແຕ່ພຣະບຸດທີ່ຖືກຳເນີດອົງດຽວຂອງພຣະອົງເທົ່ານັ້ນ, ພຣະເຈົ້າໄດ້ເຮັດວຽກງານນຳຜູ້ຄົນທີ່ຂາດຕົກບົກພ່ອງນັບຕັ້ງແຕ່ຕອນຕົ້ນເປັນຕົ້ນມາ.”
ຄ່າຄວນທາງວິນຍານຂອງເຈົ້າບໍ່ໄດ້ຖືກນິຍາມ ຫລື ຈຳກັດໂດຍຄວາມຜິດພາດຂອງເຈົ້າ—ແມ່ນແຕ່ຄວາມຜິດພາດຄັ້ງໃຫຍ່! ເພາະເພິ່ນໄດ້ກັບໃຈ ແລະ ພຣະຄຣິດກໍໄດ້ໃຫ້ອະໄພເພິ່ນ, ການປະຕິເສດພຣະຄຣິດຂອງເປໂຕບໍ່ໄດ້ຂັດຂວາງເພິ່ນບໍ່ໃຫ້ເປັນພະຍານ, ສິດສອນ, ແລະ ປ່ຽນໃຈເຫລື້ອມໃສດ້ວຍລິດອຳນາດອັນຍິ່ງໃຫຍ່. ພຣະຄຳພີເຕັມໄປດ້ວຍຕົວຢ່າງຂອງເຫລົ່າສານຸສິດຄົນອື່ນຜູ້ທີ່ໄດ້ເຮັດບາບ, ກັບໃຈ, ແລະ ໄດ້ດຳເນີນຕໍ່ໄປດ້ວຍສັດທາໃນພຣະຄຣິດ.
ຊາຕານຈະພະຍາຍາມໂນ້ມນ້າວເຈົ້າຢູ່ສະເໝີວ່າ ຄວາມຜິດພາດຂອງເຈົ້າກຳລັງສະສົມຂຶ້ນເລື້ອຍໆ ແລະ ວ່າເຈົ້າຈະບໍ່ມີວັນສາມາດເອົາຊະນະມັນໄດ້. ຈົ່ງເມີນເສີຍຕໍ່ຄຳຕົວະຂອງມັນ!
ຊິດສະເຕີ ທາມາຣາ ດັບເບິນຢູ ຣູເນຍ, ທີ່ປຶກສາທີໜຶ່ງໃນຝ່າຍປະທານອົງການຍິງໜຸ່ມສາມັນ, ໄດ້ສິດສອນວ່າ: “ທ່ານຈຳເປັນຕ້ອງໄດ້ຍິນສິ່ງນີ້, ສະນັ້ນຂ້າພະເຈົ້າຈະກ່າວຄຳເຫລົ່ານີ້ອອກສຽງວ່າ: ທ່ານບໍ່ໄດ້ເປັນສຽງທີ່ຢູ່ໃນຫົວທ່ານ ຫລື ວ່າຄວາມຜິດພາດຂອງທ່ານບໍ່ໄດ້ກຳນົດຕົວທ່ານ. ທ່ານອາດຕ້ອງກ່າວຄຳນັ້ນອອກສຽງດ້ວຍ. ໃຫ້ບອກຊາຕານໄປສາວ່າ, “ບໍ່ເລີຍ.” ໃຫ້ມັນຖອຍໜີໄປໄກຈາກທ່ານ.
“ໃຫ້ຮູ້ສຶກເຖິງຄວາມດຶງດູດນັ້ນ, ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້າ ທີ່ຫັນທ່ານ ໄປຫາ ພຣະຜູ້ຊ່ວຍໃຫ້ລອດຂອງທ່ານ, ແລະ ໃຫ້ເບິ່ງພຣະຄຸນຂອງພຣະອົງເຂົ້າມາໃນຊີວິດຂອງທ່ານ ແລະ ຊີວິດຂອງຜູ້ຄົນທີ່ທ່ານຮັກ. ຂ້າພະເຈົ້າສັນຍາວ່າ ທັນທີທີ່ເຮົານຳຫົວໃຈທີ່ຊອກຊ້ຳມາຫາພຣະອົງດ້ວຍຄວາມກ້າຫານ, ພຣະອົງກໍປະທັບຢູ່ທີ່ນັ້ນທັນທີ.”
Christus Consolator [ພຣະຜູ້ປອບໂຍນທີ່ຖືກເຈີມ], ໂດຍ ຄາຣລ໌ ບລ໊ອກ
ວັນທີ່ສົດໃສຂອງເຈົ້າຢູ່ຂ້າງໜ້າ
ລະດູອີດສະເຕີນີ້, ຂະນະທີ່ເຈົ້າໄຕ່ຕອງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຢ່າງເຕັມທີ່ກວ່າເກົ່າ, ໃຫ້ຈື່ໄວ້ວ່າ ຄວາມສາມາດໃນການກັບໃຈ ແລະ ລອງໃໝ່ອີກຄັ້ງ ເປັນໜຶ່ງໃນຂອງປະທານທີ່ຍິ່ງໃຫຍ່ທີ່ສຸດທີ່ເຈົ້າເຄີຍໄດ້ຮັບ. ເພາະພຣະເຢຊູຄຣິດ, ຄວາມຜິດພາດທີ່ຮ້າຍແຮງທີ່ສຸດຂອງເຈົ້າສາມາດໄດ້ຮັບການອະໄພ ແລະ ຖືກປົດອອກໄດ້ດັ່ງໂສ້ທີ່ໜັກ.
“ພຣະຜູ້ຊ່ວຍໃຫ້ລອດຈະສະຫວ່າງກວ່າຄວາມມືດຂອງຄວາມອັບອາຍສະເໝີ,” ຊິດສະເຕີ ຣູເນຍໄດ້ສິດສອນ.
ເພາະພຣະເຢຊູຄຣິດ, ຄວາມຫວັງຈຶ່ງສາມາດສ່ອງແສງສະຫວ່າງຢູ່ຂ້າງໜ້າ ຂະນະທີ່ເຈົ້າສຸມໃຈໃສ່ພຣະອົງ.
© 2026 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly For the Strength of Youth Message, April 2026. Laotian. 20064 331