​​For the Strength of Youth
ຢາກ​ມີ​ຄວາມ​ສຸກ​ຫລາຍ​ກວ່າ​ເກົ່າ​ບໍ? ໃຫ້​ລອງ​ຄວາມ​ກະ​ຕັນ​ຍູ
For the Strength of Youth ເດືອນ​ກຸມ​ພາ 2026


ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ກຸມ​ພາ 2026

ຢາກ​ມີ​ຄວາມ​ສຸກ​ຫລາຍ​ກວ່າ​ເກົ່າ​ບໍ? ໃຫ້​ລອງ​ຄວາມ​ກະ​ຕັນ​ຍູ

ເມື່ອ​ຊີ​ວິດ​ເຕັມ​ໄປ​ດ້ວຍ​ການ​ປ່ຽນ​ແປງ, ຄວາມ​ກະ​ຕັນ​ຍູ​ສາ​ມາດ​ຊ່ວຍ​ໃຫ້​ເຈົ້າ​ສຸມ​ໃສ່​ສິ່ງ​ທີ່​ເປັນ​ທາງ​ບວກ ແລະ ມີ​ຄວາມ​ຫວັງ​ຢູ່​ສະ​ເໝີ.

ບຸກ​ຄົນ​ຢູ່​ໃຕ້​ເມກ​ຝົນ ແລະ ຄົນ​ທີ່​ຖືກ​ອ້ອມ​ຮອບ​ດ້ວຍ​ນົກ ແລະ ແມງ​ກະ​ເບື້ອ ແລະ ດອກ​ໄມ້

ພາບ​ປະ​ກອບ ໂດຍ ແມກ​ກີ ສະ​ຕີບ​ເວັນ​ສັນ

ເຈົ້າ​ຈະ​ບໍ່​ມີ​ວັນ​ມີ​ຄວາມ​ສຸກ​ຫລາຍ​ກວ່າ​ທີ່​ເຈົ້າ​ຮູ້​ສຶກ​ຂອບ​ຄຸນ.”

ເຊັ່ນ​ດຽວ​ກັບ​ຄຳ​ເວົ້າ​ນີ້​ຈາກ​ແອວ​ເດີ ແກ​ຣີ ບີ ຊາ​ບິນ ແຫ່ງ​ສາ​ວົກ​ເຈັດ​ສິບ ແນະ​ນຳ, ຄວາມ​ສຸກ​ຂອງ​ເຈົ້າ​ໄດ້​ຮັບ​ອິດ​ທິ​ພົນ​ໂດຍ​ກົງ​ຈາກ​ຄວາມ​ຮູ້​ສຶກ​ຂອບ​ຄຸນ. ມັນ​ສົມ​ເຫດ​ສົມ​ຜົນ—ເມື່ອ​ເຈົ້າ​ຮູ້​ສຶກ​ຂອບ​ຄຸນ, ເຈົ້າ​ຈະ​ສຸມ​ໃສ່​ສິ່ງ​ທີ່​ເປັນ​ທາງ​ບວກ ແທນ​ທີ່​ຈະ​ເປັນ​ທາງ​ລົບ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຊີ​ວິດ​ຈະ​ບໍ່​ເປັນ​ໄປ​ຕາມ​ແຜນ​ສະ​ເໝີ. ການ​ປ່ຽນ​ແປງ​ທີ່​ບໍ່​ຄາດ​ຄິດ​ອາດ​ເຮັດ​ໃຫ້​ເຈົ້າ​ຕຶງ​ຄຽດ, ໂສກ​ເສົ້າ, ຫລື ອຸກ​ອັ່ງ​ໃຈ ຫລາຍ​ກວ່າ​ມີ​ຄວາມ​ສຸກ. ແຕ່​ເມື່ອ​ສິ່ງ​ຕ່າງໆ​ຍາກ​ລຳ​ບາກ, ຄວາມ​ກະ​ຕັນ​ຍູ​ສາ​ມາດ​ຊ່ວຍ​ເຈົ້າ​ໃຫ້​ມີ​ຄວາມ​ຫວັງ​ໄດ້. ໃຫ້​ລອງ​ສາມ​ວິ​ທີ​ນີ້ ເພື່ອ​ນຳ​ເອົາ​ຄວາມ​ກະ​ຕັນ​ຍູ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຈົ້າ​ຫລາຍ​ຂຶ້ນ.

1. ສະ​ແຫວງ​ຫາ​ສິ່ງ​ທີ່​ດີ

ຫລາຍ​ຄັ້ງ, ມັນ​ຍາກ​ທີ່​ສຸດ​ທີ່​ຈະ​ມີ​ຄວາມ​ກະ​ຕັນ​ຍູ ເມື່ອ​ເຈົ້າ​ຮູ້​ສຶກ​ວ່າ​ເຈົ້າ​ຂາດ​ບາງ​ສິ່ງ​ບາງ​ຢ່າງ. ແຕ່​ພອນ​ອັນ​ໃດ​ແດ່​ທີ່​ເຈົ້າ​ອາດ​ຈະ​ມອງ​ຂ້າມ ໂດຍ​ການ​ສຸມ​ໃສ່​ສິ່ງ​ທີ່​ເຈົ້າ ບໍ່ ມີ ແທນ​ທີ່​ຈະ​ເປັນ​ສິ່ງ​ທີ່​ເຈົ້າ ມີ?

ເມື່ອ​ເຈົ້າ​ຄົ້ນ​ຫາ​ສິ່ງ​ທີ່​ດີ​ໃນ​ຊີ​ວິດ​ຂອງ​ເຈົ້າ, ເມື່ອ​ເວ​ລາ​ຜ່ານ​ໄປ ມັນ​ຈະ​ງ່າຍ​ຂຶ້ນ​ທີ່​ຈະ​ພົບ​ເຫັນ.

2. ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຕໍ່​ຜູ້​ໃຫ້

ເມື່ອ​ເຈົ້າ​ນັບ​ພຣະ​ພອນ​ຂອງ​ເຈົ້າ, ຢ່າ​ລືມ​ວ່າ​ມັນ​ມາ​ຈາກ​ໃສ.

ການ​ຂອບ​ພຣະ​ໄທ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ຂອງ​ປະ​ທານ​ຂອງ​ພຣະ​ອົງ—ລວມ​ທັງ​ຂອງ​ປະ​ທານ​ທີ່​ເປັນ​ພຣະ​ບຸດ​ຂອງ​ພຣະ​ອົງ—ສາ​ມາດ​ເຮັດ​ໃຫ້​ຄວາມ​ຮັກ ແລະ ຄວາມ​ສັດ​ທາ​ໃນ​ພຣະ​ອົງ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ. ປະ​ທານ​ດີ ທອດ ຄຣິສ​ໂຕ​ເຟີ​ສັນ, ທີ່​ປຶກ​ສາ​ທີ​ສອງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ, ກໍ​ໄດ້​ອະ​ທິ​ບາຍ​ວ່າ, “ການ​ຮູ້​ສຶກ ແລະ ການ​ສະ​ແດງ​ຄວາມ​ຂອບ​ຄຸນ​ພຣະ​ເຈົ້າ … ເຮັດ​ໃຫ້​ການ​ນະ​ມັດ​ສະ​ການ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ສຶກ​ເຖິງ​ການ​ເລີ່ມ​ຕົ້ນ​ໃໝ່​ດ້ວຍ​ຄວາມ​ຊື່ນ​ຊົມ,” ຊຶ່ງ​ນຳ​ຄວາມ​ສຸກ ແລະ ຄວາມ​ເຂັ້ມ​ແຂງ​ມາ​ສູ່​ເຈົ້າ ແລະ ຊ່ວຍ​ໃຫ້​ປະ​ຈັກ​ພະ​ຍານ​ຂອງ​ເຈົ້າ​ໝັ້ນ​ຄົງ.

3. ສຸມ​ໃສ່​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ

ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ວ່າ, ການ​ມີ​ຄວາມ​ກະ​ຕັນ​ຍູ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ຕ້ອງ​ລະ​ເລີຍ​ສິ່ງ​ຍາກ​ລຳ​ບາກ​ໃນ​ຊີ​ວິດ ຫລື ຮູ້​ສຶກ​ມີ​ຄວາມ​ສຸກ​ຕະ​ຫລອດ​ເວ​ລາ. ແມ່ນ​ແຕ່​ພຣະ​ເຢ​ຊູ​ຄຣິດ​ກໍ​ເຄີຍ​ຮູ້​ສຶກ ແລະ ຍອມ​ຮັບ​ຄວາມ​ເຈັບ​ປວດ (ເບິ່ງ ແອວ​ມາ 7:11; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:18–19). ຄວາມ​ໂສກ​ເສົ້າ​ເປັນ​ສ່ວນ​​ປົກ​ກະ​ຕິ​ຂອງ​ຄວາມ​ເປັນ​ມະ​ຕະ.

ແຕ່​ບໍ່​ວ່າ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ, ສິ່ງ​ໜຶ່ງ​ທີ່​ບໍ່​ເຄີຍ​ປ່ຽນ​ແປງ ນັ້ນ​ຄື: ແຜນ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຄວາມ​ໂສກ​ເສົ້າ ແລະ ຄວາມ​ເຈັບ​ປວດ​ທັງ​ໝົດ​ທີ່​ເຈົ້າ​ປະ​ສົບ​ໃນ​ຊີ​ວິດ ຈະ​ຖືກ​ແກ້​ໄຂ​ໃຫ້​ຖືກ​ຕ້ອງ ຍ້ອນ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ (ເບິ່ງ ພຣະ​ນິ​ມິດ 21:4).

ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ອະ​ທິ​ບາຍ​ວ່າ: “ການ​ມີ​ຄວາມ​ກະ​ຕັນ​ຍູ​ໃນ​ເວ​ລາ​ທີ່​ມີ​ຄວາມ​ໂສກ​ເສົ້າ ບໍ່ ໄດ້​ໝາຍ​ຄວາມ​ວ່າ ເຮົາ​ພໍ​ໃຈ​ກັບ​ສະ​ພາບ​ການ​ຂອງ​ເຮົາ. ມັນ ໝາຍ ຄວາມ​ວ່າ ຜ່ານ​ຕາ​ແຫ່ງ​ສັດ​ທາ​ຂອງ​ເຮົາ ເຮົາ​ໄດ້​ມອງ​ຂ້າມ​ຄວາມ​ທ້າ​ທາຍ​ທີ່​ເຮົາ​ມີ​ຢູ່​ໃນ​ປະ​ຈຸ​ບັນ.”