2025
ເຮົາ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄົນ​ລ້ຽງ​ແກະ​ໃນ​ຄຣິດ​ສະ​ມາດ​ຄັ້ງ​ທຳ​ອິດ?
For the Strength of Youth ເດືອນ​ທັນ​ວາ 2025


ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ທັນ​ວາ 2025

ເຮົາ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄົນ​ລ້ຽງ​ແກະ​ໃນ​ຄຣິດ​ສະ​ມາດ​ຄັ້ງ​ທຳ​ອິດ?

ຍິງ​ໜຸ່ມ

Shepherds [ຄົນ​ລ້ຽງ​ແກະ], ໂດຍ ບຣາຍ​ແອນ ຄອລ໌

ເຮົາ​ຮູ້​ພຽງ​ເລັກ​ນ້ອຍ​ກ່ຽວ​ກັບ​ຄົນ​ລ້ຽງ​ແກະ​ໃນ​ຄຣິດ​ສະ​ມາດ​ຄັ້ງ​ທຳ​ອິດ.

ພວກ​ເຂົາ​ຢູ່​ໃກ້​ເມືອງ​ເບັດ​ເລ​ເຮັມ. ຄົນ​ລ້ຽງ​ແກະ​ໄດ້​ອາ​ໄສ​ຢູ່ “ໃນ​ຂົງ​ເຂດ” ບ່ອນ​ທີ່​ພຣະ​ຄຣິດ​ໄດ້​ກຳ​ເນີດ (ລູ​ກາ 2:8). ແລະ ພວກ​ເຂົາ​ສາ​ມາດ​ຍ່າງ​ໄປ​ເມືອງ​ເບັດ​ເລ​ເຮັມ ໃນ​ຂະ​ນະ​ທີ່​ພຣະ​ອົງ​ຍັງ​ຢູ່​ທີ່​ນັ້ນ (ເບິ່ງ ລູ​ກາ 2:15–16).

ພວກ​ເຂົາ​ກຳ​ລັງ​ເຮັດ​ໜ້າ​ທີ່​ຂອງ​ຕົນ​ຢູ່. ຄົນ​ລ້ຽງ​ແກະ​ເຫລົ່າ​ນີ້​ໄດ້ “ຢູ່​ຕາມ​ທົ່ງ ນອນ​ເຝົ້າ​ຝູງ​ແກະ​ຂອງ​ພວກ​ເຂົາ​ໃນ​ເວ​ລາ​ກາງ​ຄືນ” (ລູ​ກາ 2:8). ພວກ​ເຂົາ​ເປັນ​ຄົນ​ລ້ຽງ​ແກະ​ທີ່​ດີ ແລະ ຊື່​ສັດ, ເຊັ່ນ​ດຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ—ເປັນ ຜູ້​ລ້ຽງ​ແກະ​ທີ່​ດີ (ເບິ່ງ ໂຢ​ຮັນ 10:11, 14).

ພວກ​ເຂົາ​ຮູ້​ເຖິງ​ຄຳ​ທຳ​ນາຍ​ກ່ຽວ​ກັບ​ພຣະ​ເມ​ຊີ​ອາ. ທີ່​ຈິງ​ແລ້ວ ພວກ​ເຂົາ​ຮູ້​ວ່າ​ທູດ​ສະ​ຫວັນ​ເວົ້າ​ກ່ຽວ​ກັບ​ຫຍັງ ເມື່ອ​ເພິ່ນ​ປະ​ກາດ​ການ​ກຳ​ເນີດ​ວ່າ “ພຣະ​ຄຣິດ [ພຣະ​ຜູ້​ເປັນ​ເຈົ້າ]” (ລູ​ກາ 2:11), ພຣະ​ເມ​ຊີ​ອາ ທີ່​ທຳ​ນາຍ​ໄວ້​ໃນ​ສະ​ໄໝ​ບູ​ຮານ.

ພວກ​ເຂົາ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ຫລາຍ. ເມື່ອ​ທູດ​ສະ​ຫວັນ​ໄດ້​ບອກ​ພວກ​ເຂົາ​ກ່ຽວ​ກັບ “ພຣະ​ກຸມ​ມານ … ພັນ​ຜ້າ​ອ້ອມ​ນອນ​ຢູ່​ໃນ​ຮາງ​ຫຍ້າ” (ລູ​ກາ 2:12), ພວກ​ເຂົາ​ໄດ້ “ຮີບ​ໄປ” ເພື່ອ​ພົບ​ກັບ​ພຣະ​ອົງ (ລູ​ກາ 2:16).

ພວກ​ເຂົາ​ໄດ້​ແບ່ງ​ປັນ​ຂ່າວ​ດີ. ພວກ​ເຂົາ “ໄດ້​ເລົ່າ​ເລື່ອງ” ເຖິງ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຍິນ ແລະ ໄດ້​ເຫັນ​ເຖິງ​ຂ່າວ​ສານ​ຂອງ​ທູດ​ສະ​ຫວັນ​ກ່ຽວ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ຄຣິດ (ລູ​ກາ 2:17).

ພວກ​ເຂົາ​ໄດ້​ຂອບ​ພຣະ​ຄຸນ ແລະ ສັນ​ລະ​ເສີນ​ພຣະ​ເຈົ້າ. ຫລັງ​ຈາກ​ທັງ​ໝົດ​ນີ້, ພວກ​ເຂົາ “ກໍ​ກັບ​ຄືນ​ໄປ, ຮ້ອງ​ເພງ​ສັນ​ລະ​ເສີນ​ພຣະ​ເຈົ້າ ໃນ​ທຸກ​ສິ່ງ​ທີ່​ຕົນ​ໄດ້​ຍິນ ແລະ ໄດ້​ເຫັນ” (ລູ​ກາ 2:20).