2025
ພຣະ​ເຢ​ຊູ​ຄຣິດ​ແມ່ນ​ສຳ​ລັບ​ວັນ​ທີ່​ດີ​ເຊັ່ນ​ກັນ
For the Strength of Youth ເດືອນ​ກັນ​ຍາ 2025


ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ກັນ​ຍາ 2025

ພຣະ​ເຢ​ຊູ​ຄຣິດ ແມ່ນ​ສຳ​ລັບ ວັນ​ທີ່​ດີ ເຊັ່ນ​ກັນ

ເມື່ອ​ທຸກ​ສິ່ງ​ເປັນ​ໄປ​ດ້ວຍ​ດີ, ເຮົາ​ຈະ​ສຸມ​ໃຈ​ໃສ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ? ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ຮູບ​ຕັດ​ໃບ​ໜ້າ​ຍິ້ມ​ແຍ້ມ​ທ່າມ​ກາງ​ແສງ​ແດດ

ໃຫ້​ລອງ​ຄິດ​ເບິ່ງ​ວ່າ ຖ້າ​ເພື່ອນ​ຄົນ​ໃດ​ຄົນ​ໜຶ່ງ​ພຽງ​ແຕ່​ໃຊ້​ເວ​ລາ​ກັບ​ເຈົ້າ ຕອນ​ທີ່​ເຂົາ​ມີ​ບັນ​ຫາ​ເທົ່າ​ນັ້ນ ແລະ ຫລີກ​ລ້ຽງ​ເຈົ້າ​ເມື່ອ​ເຂົາ​ມີ​ຄວາມ​ສຸກ​ຈະ​ເປັນ​ແນວ​ໃດ. ນີ້​ເປັນ​ຄວາມ​ສຳ​ພັນ​ທີ່​ດີ​ບໍ? ບໍ່​ເລີຍ.

ເຮົາ​ເຄີຍ​ເຮັດ​ແບບ​ນັ້ນ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ບໍ—​ສະ​ແຫວງ​ຫາ​ພຣະ​ອົງ​ໃນ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ ແລະ ລືມ​ພຣະ​ອົງ​ໃນ​ເວ​ລາ​ທີ່​ດີ​ບໍ?

ເຮົາ​ເວົ້າ​ຫລາຍ​ຢ່າງ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຢ​ຊູ​ຄຣິດ​ຊ່ວຍ​ເຮົາ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຂອງ​ເຮົາ, ອາດ​ຈະ​ເປັນ​ເພາະ​ທຸກ​ຄົນ, ໃນ​ເວ​ລາ​ໃດ​ເວ​ລາ​ໜຶ່ງ, ປະ​ເຊີນ​ກັບ​ສິ່ງ​ທີ່​ຍາກ​ລຳ​ບາກ.

ແຕ່​ມີ​ບາງ​ມື້—ອາ​ທິດ ຫລື ແມ່ນ​ແຕ່​ປີ, ຖ້າ​ເຮົາ​ໂຊກ​ດີ—ທີ່​ທຸກ​ສິ່ງ​ເປັນ​ໄປ​ດ້ວຍ​ດີ. ບາງ​ຄັ້ງ​ເຮົາ​ລືມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ເວ​ລາ​ເຫລົ່າ​ນັ້ນ. ຜູ້​ຄົນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ເຮັດ. ພວກ​ເຂົາ​ໄດ້​ຈະ​ເລີນ​ຮຸ່ງ​ເຮືອງ​ຈາກ​ພອນ​ຂອງ​ພຣະ​ເຈົ້າ​ຊົ່ວ​ໄລ​ຍະ​ໜຶ່ງ ແຕ່​ໃນ​ທີ່​ສຸດ​ກໍ​ຕົກ​ເປັນ​ເຫຍື່ອ​ຂອງ​ຄວາມ​ທະ​ນົງ​ຕົວ ເມື່ອ​ພວກ​ເຂົາ​ລືມ​ພຣະ​ອົງ.

ເວ​ລາ​ທີ່​ດີ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ເຮົາ​ບໍ່​ຕ້ອງ​ການ​ພຣະ​ເຢ​ຊູ​ຄຣິດ​ອີກ​ຕໍ່​ໄປ. ເວ​ລາ​ແຫ່ງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ເປັນ​ຊ່ວງ​ເວ​ລາ​ທີ່​ດີ​ທີ່​ສຸດ ທີ່​ຈະ​ປິ​ຕິ​ຍິນ​ດີ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ບໍ່​ແມ່ນ​ລືມ​ພຣະ​ອົງ.

ສະ​ນັ້ນ ເຮົາ​ຈະ​ຕິດ​ພັນ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ​ໄດ້​ແນວ​ໃດ ເມື່ອ​ການ​ທົດ​ລອງ​ບໍ່​ໄດ້​ເຕືອນ​ເຮົາ​ໃຫ້​ຫັນ​ໄປ​ຫາ​ພວກ​ພຣະ​ອົງ?

ຖ່ອມ​ຕົວ​ສະ​ເໝີ

ເມື່ອ​ທຸກ​ສິ່ງ​ເປັນ​ໄປ​ດ້ວຍ​ດີ, ມັນ​ເປັນ​ການ​ດີ​ທີ່​ຈະ​ສະ​ເຫລີມ​ສະ​ຫລອງ​ພອນ ແລະ ຄວາມ​ສຳ​ເລັດ​ຂອງ​ເຈົ້າ. ແຕ່​ຢ່າ​ລືມ​ວ່າ​ໃຜ​ຊ່ວຍ​ໃຫ້​ເຈົ້າ​ໄດ້​ມາ​ຢູ່​ໃນ​ຈຸດ​ນີ້. ກະ​ສັດ​ເບັນ​ຢາ​ມິນ​ໄດ້​ກ່າວ​ໄວ້​ໃນ​ທາງ​ນີ້​ໃນ​ຄຳ​ເທດ​ສະ​ໜາ​ຂອງ​ເພິ່ນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ:

“ເພາະ​ຈົ່ງ​ເບິ່ງ, ພວກ​ເຮົາ​ບໍ່​ໄດ້​ເປັນ​ຄົນ​ຂໍ​ທານ​ທັງ​ໝົດ​ບໍ? ພວກ​ເຮົາ​ບໍ່​ໄດ້​ອາ​ໄສ​ພຣະ​ເຈົ້າ​ອົງ​ດຽວ​ກັນ, ເພື່ອ​ເຂົ້າ​ຂອງ​ທັງ​ໝົດ ຊຶ່ງ​ພວກ​ເຮົາ​ມີ​ຢູ່​ເພື່ອ​ອາ​ຫານ ແລະ ເຄື່ອງ​ນຸ່ງ​ຫົ່ມ, ແລະ ເພື່ອ​ຄຳ, ແລະ ເງິນ, ແລະ ເພື່ອ​ຂອງ​ມີ​ຄ່າ​ທັງ​ໝົດ​ທີ່​ພວກ​ເຮົາ​ມີ​ຢູ່​ທຸກ​ຊະ​ນິດ​ບໍ?” (ໂມ​ໄຊ​ຢາ 4:19).

ການ​ຖ່ອມ​ຕົວ​ຕໍ່​ຄວາມ​ສຳ​ເລັດ​ຂອງ​ເຈົ້າ ໂດຍ​ການ​ຈື່​ຈຳ​ສິ່ງ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ໄດ້​ເຮັດ​ເພື່ອ​ເຈົ້າ ເປັນ​ວິ​ທີ​ທີ່​ດີ​ທີ່​ຈະ​ລວມ​ພວກ​ພຣະ​ອົງ​ໄວ້​ໃນ​ເວ​ລາ​ທີ່​ດີ​ຂອງ​ເຈົ້າ.

ກະ​ຕັນ​ຍູ​ສະ​ເໝີ

ຄວາມ​ກະ​ຕັນ​ຍູ​ເປັນ​ຢາ​ແກ້​ພິດ​ທີ່​ດີ​ທີ່​ສຸດ​ໃຫ້​ກັບ​ຄວາມ​ທະ​ນົງ​ຕົວ ແລະ ການ​ຫລົງ​ລືມ. ການ​ຂອບ​ຄຸນ​ພຣະ​ເຈົ້າ​ຈະ​ຊ່ວຍ​ໃຫ້​ເຈົ້າ​ຈື່​ຈຳ​ພຣະ​ອົງ ແລະ ທຸກ​ສິ່ງ​ທີ່​ພຣະ​ອົງ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ​ເຮັດ​ໃນ​ຊີ​ວິດ​ຂອງ​ເຈົ້າ. ວິ​ທີ​ນີ້​ໄດ້​ຜົນ​ທັງ​ໃນ​ຊ່ວງ​ເວ​ລາ​ທີ່​ດີ ແລະ ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ.

ລະ​ວັງ​ຕົວ​ສະ​ເໝີ

ການ​ໂຈມ​ຕີ​ທີ່​ຊາ​ຕານ​ມັກ​ຊອບ​ຢ່າງ​ໜຶ່ງ​ຄື ເຮັດ​ໃຫ້ “ສະ​ຫງົບ, ແລະ ກ່ອມ [ເຈົ້າ] ໄປ​ໃນ​ຄວາມ​ໝັ້ນ​ຄົງ​ທີ່​ເຕັມ​ໄປ​ດ້ວຍ​ກາມ​ມະ​ລົມ” (2 ນີ​ໄຟ 28:21). ໃນ​ອີກ​ຄຳ​ໜຶ່ງ, ມັນ​ມັກ​ຫລາຍ​ຖ້າ​ຫາກ​ເຈົ້າ​ຮູ້​ສຶກ​ພໍ​ໃຈ ແລະ ປອດ​ໄພ​ໃນ​ເວ​ລາ​ທີ່​ດີ​ຂອງ​ເຈົ້າ ຈົນ​ລືມ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ. ສະ​ນັ້ນ, ຢ່າ​ລືມ​ພຣະ​ເຈົ້າ! ເມື່ອ​ເຈົ້າ​ຄອຍ​ເຝົ້າ​ລະ​ວັງ​ກົນ​ອຸ​ບາຍ​ທີ່​ອ່ອນ​ໂຍນ​ຂອງ​ຜູ້​ປໍ​ລະ​ປັກ ແລະ ຕ້ານ​ທານ​ມັນ​ແມ່ນ​ແຕ່​ໃນ​ຊ່ວງ​ເວ​ລາ​ທີ່​ດີ​ຂອງ​ເຈົ້າ, ແລ້ວ​ເຈົ້າ​ຈະ​ສາ​ມາດ​ຢູ່​ໃກ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ສະ​ເໝີ.

ຍິງ​ໜຸ່ມ

The Good Shepherd [ພຣະ​ຜູ້​ລ້ຽງ​ທີ່​ດີ], ໂດຍ ໄມ​ໂກ ມອມ

ມີ​ສູນ​ກາງ​ທີ່​ພຣະ​ຄຣິດ​ສະ​ເໝີ

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ: “ເມື່ອ​ເຮົາ​ເຮັດ​ໃຫ້​ຊີ​ວິດ​ຂອງ​ເຮົາ​ສຸມ​ໃສ່​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ, … ແລະ ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ໄດ້ ບໍ່​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ—ຫລື ບໍ່​ເກີດ​ຂຶ້ນ​ກໍ​ຕາມ—ໃນ​ຊີ​ວິດ​ຂອງ​ເຮົາ. ຄວາມ​ສຸກ​ມາ​ຈາກ​ພຣະ​ອົງ ແລະ ເພາະ​ພຣະ​ອົງ. ພຣະ​ອົງ​ເປັນ​ແຫລ່ງ​ຂອງ​ຄວາມ​ສຸກ​ທັງ​ໝົດ.”

ເຈົ້າ​ຄິດ​ເຖິງ​ຄວາມ​ຈິງ​ນີ້​ເລື້ອຍ​ສ່ຳ​ໃດ​ກ່ຽວ​ກັບ​ຄວາມ​ສຸກ​ເມື່ອ​ຊີ​ວິດ​ເປັນ​ໄປ​ດ້ວຍ​ດີ? ນີ້​ບໍ່​ແມ່ນ​ພຽງ​ແຕ່​ຄຳ​ແນະ​ນຳ​ທີ່​ປອບ​ໂຍນ​ສຳ​ລັບ​ເວ​ລາ​ທີ່​ຫຍຸ້ງ​ຍາກ​ເທົ່າ​ນັ້ນ. ມັນ​ເປັນ​ຄວາມ​ຈິງ​ສະ​ເໝີ, ລວມ​ທັງ​ໃນ​ມື້​ທີ່​ດີ​ທີ່​ສຸດ​ຂອງ​ເຈົ້າ. ສະ​ນັ້ນ ຈົ່ງ​ເຮັດ​ທຸກ​ສິ່ງ​ທີ່​ເຈົ້າ​ສາ​ມາດ​ເຮັດ​ໄດ້​ເພື່ອ​ສຸມ​ໃຈ​ໃສ່​ພຣະ​ຄຣິດ, ບໍ່​ວ່າ​​ຈະ​ຮ້າຍ ຫລື ດີ​ກໍ​ຕາມ.