ຂ່າວສານປະຈໍາເດືອນ For the Strength of Youth, ເດືອນເມສາ 2025
ການຊ່ວຍເຫລືອຈາກ ພຣະເຢຊູຄຣິດ: ເປັນຫຍັງ ແລະ ດ້ວຍວິທີໃດ
ຈົ່ງເຂົ້າໃຈວ່າເປັນຫຍັງພຣະເຢຊູຄຣິດຈຶ່ງເປັນຄຳຕອບ ແລະ ພຣະອົງຊ່ວຍເຮົາດ້ວຍວິທີໃດ.
ພາບປະກອບ ໂດຍ ແດນ ວິວສັນ
“ຂ້ອຍຮູ້ສຶກວ່າເຮັດຜິດພາດຢູ່ຕະຫລອດ. ມັນຍາກທີ່ຈະພະຍາຍາມຕໍ່ໄປ.”
“ສະຖານະການຂອງຂ້ອຍຫຍຸ້ງຍາກ. ຂ້ອຍບໍ່ແນ່ໃຈວ່າຈະດຳເນີນຕໍ່ໄປດ້ວຍວິທີໃດ.”
“ຂ້ອຍເປັນກັງວົນກ່ຽວກັບອະນາຄົດ. ຂ້ອຍບໍ່ຮູ້ວ່າຂ້ອຍມີຄຸນສົບບັດພຽງພໍທີ່ຈະປະສົບຜົນສຳເລັດຫລືບໍ່.”
“ຂ້ອຍເມື່ອຍແລ້ວ, ແຕ່ຍັງມີຫລາຍສິ່ງຫລາຍຢ່າງທີ່ຕ້ອງເຮັດ.”
ບັນຫາເຫລົ່ານີ້ກ່ຽວຂ້ອງກັບເຈົ້າແດ່ບໍ? ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ, “ບໍ່ວ່າທ່ານຈະມີຄຳຖາມ ຫລື ບັນຫາໃດກໍຕາມ, ທ່ານຈະພົບຄຳຕອບຢູ່ໃນພຣະຊົນຊີບ ແລະ ຄຳສອນຂອງພຣະເຢຊູຄຣິດສະເໝີ” (“ຄຳຕອບຈະແມ່ນພຣະເຢຊູຄຣິດສະເໝີ,” ກອງປະຊຸມໃຫຍ່ສາມັນ ເດືອນເມສາ 2023 [Liahona, May 2023, 127]).
ມັນງ່າຍທີ່ຈະ ເວົ້າ, “ພຣະເຢຊູຄຣິດຄືຄຳຕອບ.” ມັນຕ້ອງໃຊ້ຄວາມພະຍາຍາມເພີ່ມເຕີມອີກໜ້ອຍໜຶ່ງເພື່ອໃຫ້ເຂົ້າໃຈວ່າ ເປັນຫຍັງ ແລະ ດ້ວຍວິທີໃດ ທີ່ພຣະອົງນັ້ນແມ່ນຄຳຕອບ.
ເປັນຫຍັງພຣະຄຣິດຈຶ່ງແມ່ນຄຳຕອບ?
ເມື່ອພຣະອົງໄດ້ອົດທົນກັບການເສຍສະລະຊົດໃຊ້ຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດໄດ້ເຮັດສາມສິ່ງທີ່ສຳຄັນຄື:
-
ພຣະອົງໄດ້ເອົາຊະນະຄວາມຕາຍ, ຈຶ່ງເຮັດໃຫ້ເຮົາຟື້ນຄືນຊີວິດໄດ້.
-
ພຣະອົງໄດ້ຊົດໃຊ້ລາຄາຄ່າບາບທັງໝົດ, ເຮັດໃຫ້ເຮົາສາມາດກັບໃຈ, ເຕີບໂຕ, ແລະ ກັບຄືນໄປຫາພຣະເຈົ້າ. ນັ້ນຍັງຊ່ວຍເຮົາໃຫ້ອະໄພຄົນອື່ນ ເມື່ອເຂົາເຈົ້າເຮັດບາບ, ເພາະວ່າພຣະຄຣິດໄດ້ຮັບເອົາບາບຂອງເຂົາເຈົ້າໄວ້ກັບພຣະອົງແລ້ວ.
-
ພຣະອົງໄດ້ປະສົບກັບຄວາມເຈັບປວດ, ຄວາມທຸກ, ການລໍ້ລວງ, ຄວາມປ່ວຍໄຂ້, ແລະ ຄວາມບົກພ່ອງທັງໝົດ. (ເບິ່ງ ແອວມາ 7:11–13). ນັ້ນໝາຍຄວາມວ່າພຣະອົງຮູ້ເປັນຢ່າງດີວ່າຈະຊ່ວຍເຫລືອ ແລະ ປິ່ນປົວເຮົາແນວໃດ ແລະ ສາມາດເພີ່ມຄວາມເຂັ້ມແຂງໃຫ້ເຈົ້າ ເພື່ອອົດທົດກັບການທົດລອງ ແລະ ພະຍາຍາມທີ່ຈະກາຍເປັນຄົນທີ່ດີຂຶ້ນກວ່າເກົ່າ.
ໃຫ້ເລືອກເອົາບັນຫາໃດໜຶ່ງ, ແລະ ເຈົ້າສາມາດເຊື່ອມໂຍງວິທີແກ້ໄຂກັບຄືນໄປຫາຄວາມຈິງເຫລົ່ານັ້ນຢ່າງໜື່ງຫລື ຫລາຍກວ່ານັ້ນກໍໄດ້.
ຄວາມທຸກຍາກ? ເພາະພຣະເຢຊູຄຣິດເຄີຍປະສົບກັບທຸກສິ່ງ, ພຣະອົງຮູ້ດີວ່າມັນເປັນແນວໃດ. ພຣະອົງບໍ່ໄດ້ນຳເອົາອຸປະສັກນັ້ນອອກຈາກເຮົາສະເໝີໄປ, ແຕ່ພຣະອົງສາມາດເພີ່ມຄວາມເຂັ້ມແຂງໃຫ້ກັບຄົນທີ່ແບກຮັບພາລະນັ້ນ (ເບິ່ງ ໂມໄຊຢາ 24:15).
ຄວາມລົ້ມເຫລວ? ເພາະພຣະຄຣິດໄດ້ເອົາຊະນະຄວາມບາບ, ຄວາມລົ້ມເຫລວຂອງເຮົາຈຶ່ງບໍ່ຈຳເປັນຕ້ອງຖາວອນ. ການກັບໃຈລວມເຖິງການປັບປຸງ ແລະ ການກາຍເປັນບຸກຄົນທີ່ພຣະອົງຮູ້ວ່າເຮົາສາມາດເປັນໄດ້.
ຄວາມເຈັບປ່ວຍ? ເພາະພຣະອົງໄດ້ເອົາຊະນະຄວາມຕາຍ, ເຮົາຈຶ່ງຈະຟື້ນຄືນຊີວິດ ພ້ອມກັບຮ່າງກາຍທີ່ສົມບູນແບບ ປາດສະຈາກຄວາມເຈັບປ່ວຍ ແລະ ຄວາມເຈັບປວດ. ພຣະຄຣິດຍັງ “[ໄດ້ຮັບ] ເອົາ … ຄວາມປ່ວຍໄຂ້ໄວ້ກັບພຣະອົງ” (ແອວມາ 7:11), ເຮັດໃຫ້ພຣະອົງເປັນບຸກຄົນທີ່ສົມບູນແບບທີ່ຈະໃຫ້ການປອບໂຍນ ແລະ ສະໜັບສະໜູນ.
ພຣະຄຣິດຊ່ວຍເຫລືອດ້ວຍວິທີໃດ?
ແມ່ນແຕ່ເມື່ອເຮົາຮູ້ຈັກວ່າ ເປັນຫຍັງ ພຣະຜູ້ຊ່ວຍໃຫ້ລອດຈຶ່ງແມ່ນຄຳຕອບ (ຍ້ອນເຫດຜົນທີ່ວ່າພຣະອົງແມ່ນໃຜ ແລະ ພຣະອົງໄດ້ເຮັດຫຍັງແດ່ເພື່ອເຮົາ), ເຮົາຍັງຈະຕ້ອງຮູ້ຈັກວ່າ ເຮົາຈະໄດ້ຮັບການຊ່ວຍເຫລືອ ແລະ ຄວາມເຂັ້ມແຂງຈາກພຣະອົງ ດ້ວຍວິທີໃດ. ຕໍ່ໄປນີ້ແມ່ນບາງວິທີ:
ການອະທິຖານ. ໂດຍການອະທິຖານໃນພຣະນາມຂອງພຣະເຢຊູຄຣິດ, ຄົນທີ່ບໍ່ດີພ້ອມຄືກັບເຮົາສາມາດເວົ້າລົມກັບພຣະເຈົ້າທີ່ດີພ້ອມໄດ້. ເຮົາສາມາດອະທິຖານຂໍຄວາມເຂັ້ມແຂງທີ່ເຮົາຕ້ອງການໃນສະຖານະການອັນໃດກໍໄດ້, ແລະ ພຣະເຈົ້າຈະຕອບຄຳອະທິຖານ—ອາດຈະບໍ່ແມ່ນໃນແບບທີ່ເຮົາຄາດຫວັງສະເໝີໄປ, ແຕ່ເປັນໃນທາງທີ່ຈະເປັນພອນໃຫ້ກັບເຮົາ. ການເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດແມ່ນມີຈິງ: “ຂໍ, ແລະ ເຈົ້າຈະໄດ້ຮັບ” (ໂຢຮັນ 16:24; 3 ນີໄຟ 27:29; ຄຳສອນ ແລະ ພັນທະສັນຍາ 4:7).
ຂອງປະທານແຫ່ງພຣະວິນຍານບໍລິສຸດ. ພຣະບິດາເທິງສະຫວັນ, ພຣະເຢຊູຄຣິດ, ແລະ ພຣະວິນຍານບໍລິສຸດເປັນໜຶ່ງໃນຈຸດປະສົງອັນດຽວກັນ. ພວກພຣະອົງເຮັດວຽກນຳກັນ. ທຸກຄັ້ງທີ່ເຈົ້າຮູ້ສຶກເຖິງການຊົງນຳ ຫລື ການປອບໂຍນຈາກພຣະວິນຍານບໍລິສຸດ, ເຈົ້າສາມາດເຂົ້າໃຈໄດ້ວ່ານັ້ນແມ່ນພຣະຄຣິດທີ່ກຳລັງຊ່ວຍເຫລືອເຈົ້າຢູ່ເຊັ່ນກັນ.
ການຮັກສາພັນທະສັນຍາ. ແອວເດີ ແດວ ຈີ ເຣັນລັນ ແຫ່ງກຸ່ມອັກຄະສາວົກສິບສອງ ໄດ້ສິດສອນວ່າ: “ຄຳວ່າ ເສັ້ນທາງແຫ່ງພັນທະສັນຍາ ອ້າງເຖິງລຳດັບຂອງພັນທະສັນຍາ ຊຶ່ງໂດຍທາງນັ້ນເຮົາມາຫາພຣະຄຣິດ ແລະ ເຊື່ອມຕໍ່ເຂົ້າກັບພຣະອົງ. ຜ່ານທາງຄວາມຜູກພັນແຫ່ງພັນທະສັນຍານີ້, ເຮົາຈະເຂົ້າເຖິງອຳນາດນິລັນດອນຂອງພຣະອົງ” (ກອງປະຊຸມໃຫຍ່ສາມັນ ເດືອນເມສາ 2023 [Liahona, May 2023, 36]).
ພຣະຄຸນ. ເມື່ອເຮົາໃຊ້ສັດທາໃນພຣະເຢຊູຄຣິດ ແລະ ກັບໃຈ, ເຮົາສາມາດໄດ້ຮັບການຊ່ວຍເຫລືອ ແລະ ຄວາມເຂັ້ມແຂງເພີ່ມເຕີມ (ເອີ້ນອີກຢ່າງໜຶ່ງວ່າ ພຣະຄຸນ) ເພື່ອເຮັດສິ່ງຕ່າງໆທີ່ເຮົາບໍ່ສາມາດເຮັດໄດ້ດ້ວຍຕົນເອງ (ເບິ່ງ ຄູ່ມືພຣະຄຳພີ, “ພຣະຄຸນ”). ຄວາມເຂັ້ມແຂງນີ້, ຫລື ພຣະຄຸນນີ້, ໄດ້ມາຈາກຫລາຍວິທີເຊັ່ນ: ຈາກພຣະວິນຍານບໍລິສຸດ, ໝູ່ເພື່ອນ, ຄົນແປກໜ້າ, ຄວາມຮູ້ສຶກ. ໂດຍພື້ນຖານແລ້ວ, ສິ່ງດີໆແມ່ນມາຈາກພຣະຄຣິດ (ເບິ່ງ ໂມໂຣໄນ 7:22). ເມື່ອເຈົ້າພົບວ່າຕົວເອງມີຄວາມອົດທົນເພີ່ມຂຶ້ນມາໜ້ອຍໜຶ່ງ, ມີເຫື່ອແຮງຂຶ້ນມາອີກໜ້ອຍໜຶ່ງ, ມີຄວາມເຂັ້ມແຂງຂຶ້ນມາອີກໜ້ອຍໜຶ່ງທີ່ຈະອົດທົນ, ໃຫ້ຮູ້ວ່ານັ້ນແມ່ນພຣະຄຣິດທີ່ກຳລັງຊ່ວຍເຫລືອເຈົ້າຢູ່.
ຈົ່ງຈື່ຈຳວ່າ ເປັນຫຍັງ ແລະ ດ້ວຍວິທີໃດ
ສະນັ້ນຄັ້ງຕໍ່ໄປທີ່ເຈົ້າຕ້ອງການຫາຄຳຕອບໃຫ້ກັບຄຳຖາມ ຫລື ບັນຫາໃດໜຶ່ງ, ຈົ່ງເພິ່ງພາພຣະຄຣິດ. ຈົ່ງຈື່ຈຳໄວ້ວ່າຍ້ອນໄຊຊະນະຂອງພຣະອົງທີ່ຢູ່ເໜືອກວ່າບາບ, ຄວາມຕາຍ, ແລະ ຄວາມທ້າທາຍອື່ນໆໃນຊີວິດມະຕະ, ບໍ່ມີຫຍັງທີ່ເປັນໄປບໍ່ໄດ້. ຈົ່ງຊອກຫາວິທີທີ່ພຣະອົງຈະສາມາດໃຫ້ພອນແກ່ເຈົ້າ, ແລະ ເຈົ້າຈະເຫັນອິດທິພົນຂອງພຣະອົງໃນຊີວິດຂອງເຈົ້າ. ພຣະອົງຮັກເຈົ້າຢ່າງເລິກເຊິ່ງ!
© 2025 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly For the Strength of Youth Message, April 2025. Laotian. 19625 331