2025
ເຮົາ​ຈະ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ໂລກ ແລະ “ປ່ອຍ​ວາງ​ສິ່ງ​ທີ່​ເປັນ​ຂອງ​ໂລກ​ນີ້” ໄດ້​ແນວ​ໃດ?
ເດືອນ​ມີ​ນາ 2025


ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ມີ​ນາ 2025

ເຮົາ​ຈະ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ໂລກ ແລະ “ປ່ອຍ​ວາງ​ສິ່ງ​ທີ່​ເປັນ​ຂອງ​ໂລກ​ນີ້” ໄດ້​ແນວ​ໃດ?

ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ແຕ່ງ​ຕັ້ງ​ສາ​ນຸ​ສິດ​ຊາວ​ນີ​ໄຟ

The Disciples Whom He Had Chosen [ສາ​ນຸ​ສິດ​ທີ່​ພຣະ​ອົງ​ໄດ້​ເລືອກ​ໄວ້], ໂດຍ ເຄ​ຊີ ຈາຍສ໌

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ເຈົ້າ​ຈົ່ງ​ປ່ອຍ​ວາງ​ສິ່ງ​ທີ່​ເປັນ​ຂອງ​ໂລກ​ນີ້, ແລະ ສະ​ແຫວງ​ຫາ​ສິ່ງ​ທີ່​ດີ​ກວ່າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 25:10). ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ ເຮົາ​ບໍ່​ສົນ​ໃຈ​ກັບ​ຄວາມ​ຕ້ອງ​ການ​ທາງ​ໂລກ ແລະ ທາງ​ດ້ານ​ວັດ​ຖຸ, ແຕ່​ໝາຍ​ຄວາມ​ວ່າ​ເຮົາ​ບໍ່​ໄດ້​ເອົາ​ໃຈ​ໃສ່​ກັບ​ຄວາມ​ຮັ່ງ​ມີ, ອຳ​ນາດ, ຕຳ​ແໜ່ງ, ຫລື ການ​ຍອມ​ຮັບ​ຂອງ​ໂລກ. ຕໍ່​ໄປ​ນີ້​ແມ່ນ​ຫລັກ​ທຳ​ບາງ​ຢ່າງ​ທີ່​ເຮົາ​ໄດ້​ຖືກ​ສິດ​ສອນ​ກ່ຽວ​ກັບ​ການ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ໂລກ:

ໃຫ້ ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ ເປັນ​ອັນ​ດັບ​ໜຶ່ງ. “ຈົ່ງ​ສະ​ແຫວງ​ຫາ​ຣາຊ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ” (ມັດ​ທາຍ 6:33). ໃນ​ໃຈ ແລະ ຊີ​ວິດ​ຂອງ​ເຮົາ, ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ກັບ​ພຣະ​ອົງ​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ.

ສະ​ແຫວງ​ຫາ​ການ​ຮຽນ​ຮູ້. “ຂະ​ນະ​ທີ່​ເຈົ້າ​ຮຽນ​ຮູ້​ກ່ຽວ​ກັບ​ໂລກ​ຢູ່​ອ້ອມ​ຕົວ​ເຈົ້າ, ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ອີກ. … ຍິ່ງ​ເຈົ້າ​ຮຽນ​ຮູ້​ຫລາຍ​ເທົ່າ​ໃດ, ເຈົ້າ​ກໍ​ຍິ່ງ​ຈະ​ສາ​ມາດ​ຊ່ວຍ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ແລະ ມີ​ອິດ​ທິ​ພົນ​ຕໍ່​ໂລກ​ໃນ​ທາງ​ທີ່​ດີ​ໄດ້​ຫລາຍ​ຂຶ້ນ” (ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ [2022], 31, 32).

ວຽກ​ງານ. “ວຽກ​ງານ​ເປັນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ທີ່​ສຳ​ຄັນ. ມັນ​ສົ່ງ​ເສີມ​ການ​ເຕີບ​ໂຕ ແລະ ພັດ​ທະ​ນາ​ເຮົາ. … ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ພຽງ​ແຕ່​ປະ​ສົງ​ໃຫ້​ເຮົາ​ຈັດ​ຫາ​ໃຫ້​ຄອບ​ຄົວ​ຂອງ​ເຮົາ​ເທົ່າ​ນັ້ນ ແຕ່​ໃຫ້ ‘ກະ​ຕື​ລື​ລົ້ນ​ໃນ​ອຸ​ດົມ​ການ​ດີ’ ນຳ​ອີກ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:27]” (“Employment,” Topics and Questions, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).