“It Took a Boy to Save a Village,” For the Strength of Youth, Apr. 2021, 10–11.
ຂ່າວສານປະຈໍາເດືອນ For the Strength of Youth, ເດືອນເມສາ 2021
ໝູ່ບ້ານໜຶ່ງລອດມາໄດ້ຍ້ອນ ຊາຍໜຸ່ມ ຄົນໜຶ່ງ
ທ້າວທອມ ຟານີນ ອາຍຸພຽງແຕ່ 12 ປີເທົ່ານັ້ນ, ແຕ່ເມື່ອພະຍາດຮ້າຍລາມໄປທົ່ວໝູ່ບ້ານຊາມົວຂອງລາວນັ້ນ, ລາວໄດ້ຖືກຂໍໃຫ້ເຮັດສິ່ງທີ່ຍິ່ງໃຫຍ່.
ຮູບພາບປະກອບ ໂດຍ ເຈມສ໌ ແມດເຊັນ; ຮູບຖ່າຍຈາກ Getty Images
ດັ່ງທີ່ຫົວຂໍ້ສຳລັບຊາວໜຸ່ມໃນປີນີ້ກ່າວໄວ້ວ່າ, ພວກເຈົ້າກຳລັງ “ວາງຮາກຖານຂອງວຽກງານອັນຍິ່ງໃຫຍ່” (ຄຳສອນ ແລະ ພັນທະສັນຍາ 64:33). ຕະຫລອດທົ່ວປະຫວັດສາດຂອງສາດສະໜາຈັກ, ຄົນໜຸ່ມມັກມີບົດບາດທີ່ສຳຄັນໃນຊ່ວງເວລາວິກິດ ໃນການສ້າງສາອານາຈັກຂອງພຣະເຈົ້າ. ນີ້ຄືຕົວຢ່າງໜຶ່ງ.
ການແຜ່ລະບາດຢູ່ເກາະ
ຫລາຍກວ່າ 100 ປີຜ່ານມາແລ້ວ, ໃນໝູ່ເກາະຊາມົວຂອງມະຫາສະໝຸດປາຊີຟິກ, ມີຊາຍໜຸ່ມຄົນໜຶ່ງຊື່ ທອມ ຟານີນ ໄດ້ເປັນຜູ້ຊ່ວຍທີ່ສຳຄັນລະຫວ່າງສະຖານະການຂອງຄວາມເປັນ ແລະ ຄວາມຕາຍ ສຳລັບສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ທ້າວທອມໄດ້ອາໄສຢູ່ໃນໝູ່ບ້ານໜຶ່ງເອີ້ນວ່າ ຊາອູເນຍທູ, ຊຶ່ງໄດ້ຖືກຕັ້ງຂຶ້ນໂດຍໄພ່ພົນຍຸກສຸດທ້າຍໃນເຂດນັ້ນ ໃຫ້ເປັນບ່ອນເຕົ້າໂຮມ ແລະ ສ້າງຊຸມຊົນສຳລັບເຂົາເຈົ້າ. ເຊັ່ນດຽວກັບໄພ່ພົນຂອງພຣະເຈົ້າໃນສະໄໝອື່ນໆ ແລະ ບ່ອນອື່ນໆ, ເຂົາເຈົ້າໄດ້ປະສົບກັບການທົດລອງຕ່າງໆ ພ້ອມທັງການອັດສະຈັນຕ່າງໆ ໃນຂະນະທີ່ເຂົາເຈົ້າໄດ້ເຮັດວຽກເພື່ອສ້າງສາອານາຈັກຂອງພຣະເຈົ້ານຳກັນ. ການທົດລອງໜຶ່ງໄດ້ມາເຖິງໃນປີ 1918, ເມື່ອການແຜ່ລະບາດຂອງພະຍາດໄຂ້ຫວັດໃຫຍ່ໄດ້ມາຮອດໝູ່ບ້ານ.
ທັນທີທີ່ຄວາມເຈັບປ່ວຍໄດ້ມາເຖິງນັ້ນ, ມັນກໍໂຫດຮ້າຍ, ແລະ ແຜ່ລາມຢ່າງໄວ. ຊາວບ້ານປະມານ 400 ຄົນ ໄດ້ລົ້ມປ່ວຍເກືອບທຸກຄົນ. ມີແຕ່ສອງຄົນເທົ່ານັ້ນ ທີ່ຍັງແຂງແຮງພໍທີ່ຈະໄປມາໄດ້: ພໍ່ຕູ້ຄົນໜຶ່ງ ແລະ ທ້າວທອມຜູ້ອາຍຸ 12 ປີ.
ສັດທາ ແລະ ວຽກໜັກ
ຄອບຄົວຂອງທ້າວທອມໄດ້ໃຊ້ສັດທາໃນການປະເຊີນກັບຄວາມເຈັບປ່ວຍມາກ່ອນ ແລະ ໄດ້ເຫັນຜົນແຫ່ງການອັດສະຈັນຕ່າງໆ. ອາຍລາມາ ນ້ອງຊາຍຂອງທ້າວທອມ ໄດ້ລົ້ມປ່ວຍເມື່ອຫລາຍປີກ່ອນ. ເອລິຊາລາ ພໍ່ຂອງພວກເຂົາໄດ້ຝັນວ່າ ເພິ່ນໄດ້ຮັບຄຳແນະນຳວ່າຄວນຈະດູແລທ້າວອາຍລາມາແນວໃດ ຄື: ໃຫ້ໄປຊອກຫາຕົ້ນວິລິ-ວິລິ, ຖາກເອົາເປືອກ, ແລ້ວຕຳເພື່ອຄັ້ນເອົານ້ຳ. ເອລິຊາລາໄດ້ເຮັດເຊັ່ນນັ້ນ ແລະ ໄດ້ນຳເອົານ້ຳຄັ້ນມາໃຫ້ທ້າວອາຍລາມາ, ຊຶ່ງໄດ້ດື່ມ ແລະ ຫາຍດີໃນບໍ່ຊ້າ. ດັ່ງນັ້ນ, ທ້າວທອມຈຶ່ງເຫັນໄດ້ວ່າ ການກະທຳດ້ວຍສັດທາສາມາດຊ່ວຍໃຫ້ເອົາຊະນະຄວາມເຈັບປ່ວຍໄດ້ຢ່າງໃດ.
ລະຫວ່າງການແຜ່ລະບາດຂອງພະຍາດໄຂ້ຫວັດໃຫຍ່ໃນປີ 1918 ນັ້ນ, ທ້າວທອມໄດ້ໃຊ້ສັດທາ ຂະນະທີ່ລາວເຮັດວຽກໜັກໃນການດູແລຄົນທັງຫລາຍຢູ່ໃນໝູ່ບ້ານ. “ທຸກໆເຊົ້າ, ຂ້ອຍຈະໄປຫາແຕ່ລະເຮືອນ ເພື່ອໃຫ້ອາຫານ ແລະ ອະນາໄມຜູ້ຄົນ ແລະ ເບິ່ງວ່າແມ່ນໃຜໄດ້ເສຍຊີວິດແລ້ວ,” ລາວເວົ້າ.
ລາວໄດ້ເອົາຄຸໄປຕັກນ້ຳຈາກຫ້ວຍ ແລະ ນຳເອົານ້ຳໄປໃຫ້ແຕ່ລະເຮືອນ. ລາວໄດ້ປີນຂຶ້ນຕົ້ນໝາກພ້າວ, ເກັບໝາກພ້າວ, ຜ່າໝາກພ້າວ, ແລະ ນຳເອົານ້ຳໝາກພ້າວມາໃຫ້ຄົນປ່ວຍ. ລາວຍັງໄດ້ຂ້າໄກ່ໝົດທຸກໂຕໃນໝູ່ບ້ານເພື່ອເອົາມາເຮັດແກງໃຫ້ແຕ່ລະຄອບຄົວ.
ການສ້າງຄວາມແຕກຕ່າງ
ໃນລະຫວ່າງການແຜ່ລະບາດນີ້, ໜຶ່ງສ່ວນສີ່ຂອງປະຊາຊົນທັງໝົດໃນຊາມົວໄດ້ເສຍຊີວິດຍ້ອນໄຂ້ຫວັດໃຫຍ່ນີ້. ບາງຄົນໃນໝູ່ບ້ານຂອງທ້າວທອມກໍໄດ້ເສຍຊີວິດຄືກັນ. ທ້າວທອມໄດ້ຊ່ວຍຂຸດຂຸມຝັງສົບ ແລະ ຝັງຫລາຍກວ່າ 20 ຄົນ, ລວມທັງພໍ່ຂອງລາວເອງ, ເອລິຊາລາ.
ແຕ່ຂອບໃຈກັບການເຮັດວຽກໜັກ ແລະ ການດູແລດ້ວຍຄວາມຮັກຂອງທ້າວທອມ, ຫລາຍຄົນໃນໝູ່ບ້ານຂອງລາວໄດ້ລອດຊີວິດ. ລາວໄດ້ສ້າງຄວາມແຕກຕ່າງອັນໃຫຍ່ຫລວງໃຫ້ແກ່ຜູ້ຄົນເຫລົ່ານັ້ນ ແລະ ໃນການສ້າງສາອານາຈັກຂອງພຣະຜູ້ເປັນເຈົ້າໃນຊາມົວ. ລາວກຳລັງ “ວາງຮາກຖານຂອງວຽກງານອັນຍິ່ງໃຫຍ່.”
ແລະ ໃນວິທີທາງຂອງເຈົ້າ, ເຈົ້າກໍເຊັ່ນກັນ.
ເຈົ້າອາດບໍ່ໄດ້ຖືກຂໍໃຫ້ເຮັດໃນສິ່ງທີ່ທ້າວທອມໄດ້ເຮັດ, ແຕ່ເຈົ້າ, ແທ້ຈິງແລ້ວ, ກຳລັງໃຊ້ສັດທາໃນຫລາຍວິທີທາງທີ່ຈະສ້າງຄວາມແຕກຕ່າງໃຫ້ກັບເຈົ້າ, ໃຫ້ກັບຄົນອື່ນ, ແລະ ໃຫ້ກັບວຽກງານສ້າງສາອານາຈັກຂອງພຣະເຈົ້າ.
ເຈົ້າກຳລັງເປັນຕົວຢ່າງໃຫ້ຄອບຄົວຂອງເຈົ້າ, ໃຫ້ໝູ່ເພື່ອນ, ແລະ ຄົນອື່ນ ໂດຍການສະແດງຄຸນນະທຳ, ຄວາມອົດທົນ, ຄວາມດີ, ແລະ ຄວາມຮັກ. ເຈົ້າກຳລັງຮັບໃຊ້ຄົນອື່ນ. ເຈົ້າກຳລັງມີສ່ວນຮ່ວມໃນການສຶກສາພຣະຄຳພີ ແລະ ການອະທິຖານ. ເຈົ້າກຳລັງແບ່ງປັນຄວາມຈິງແຫ່ງພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດ.
ໃນຊ່ວງປີທີ່ຜ່ານມາ, ຫລາຍຄົນໃນພວກເຈົ້າໄດ້ເຮັດສິ່ງເຫລົ່ານີ້ ຂະນະທີ່ຕ້ອງອົດທົນກັບຜົນກະທົບຈາກການແຜ່ລະບາດ. ບາງເທື່ອເຈົ້າຍັງບໍ່ເຄີຍໄປຕັກນ້ຳ ແລະ ໄປຫາໝາກພ້າວ ແລະ ດູແລຄົນ 400 ຄົນໃຫ້ກັບມາແຂງແຮງ, ແຕ່ເຈົ້າ ໄດ້ ນຳການປອບໂຍນ, ຄວາມຫວັງ, ຄວາມສຸກ, ແລະ ຄວາມສະຫງົບມາສູ່ຄົນທັງຫລາຍດ້ວຍວິທີອື່ນໆອີກຫລາຍວິທີ.
ອາຍຸຂອງເຈົ້າບໍ່ສຳຄັນເທົ່າສັດທາ ແລະ ຄວາມເຕັມໃຈຂອງເຈົ້າທີ່ຈະເຮັດວຽກ ແລະ ຮັບໃຊ້ຄົນອື່ນ. ຕົວຢ່າງຈາກອະດີດ, ເຊັ່ນຕົວຢ່າງຂອງທ້າວທອມ ຟານີນ, ສາມາດຊ່ວຍໃຫ້ເຈົ້າເຫັນໄດ້ວ່າ ເຈົ້າເປັນທີ່ຕ້ອງການໃນການວາງຮາກຖານຂອງວຽກງານອັນຍິ່ງໃຫຍ່ຂອງພຣະເຈົ້າ.
© 2021 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly For the Strength of Youth Message, April 2021. Laotian. 17467 331