“ປັດສະຄາ,” Friend, ເດືອນເມສາ 2026, 46–48.
ຂ່າວສານປະຈຳເດືອນ Friend, ເດືອນເມສາ 2026
ປັດສະຄາ
ໂມເຊໄດ້ໄປຫາຟາໂຣ ແລະ ໄດ້ຂໍໃຫ້ເພິ່ນປ່ອຍທາດຊາວອິດສະຣາເອນໃຫ້ເປັນອິດສະລະ. ຟາໂຣໄດ້ປະຕິເສດ. ພຣະຜູ້ເປັນເຈົ້າໄດ້ສົ່ງໄພພິບັດມາຍັງເອຢິບ, ແຕ່ຟາໂຣຍັງວ່າບໍ່.
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ພຣະອົງຈະສົ່ງໄພພິບັດອັນສຸດທ້າຍມາ. ລູກກົກຂອງທຸກໆຄອບຄົວໃນເອຢິບຈະຕາຍ. ແຕ່ຖ້າຫາກຊາວອິດສະຣາເອນເຮັດຕາມຄຳແນະນຳຂອງພຣະອົງ, ໄພພິບັດກໍຈະຜ່ານຂ້າມພວກເຂົາໄປ.
ພຣະຜູ້ເປັນເຈົ້າໄດ້ບອກຊາວອິດສະຣາເອນໃຫ້ຖວາຍລູກແກະໂຕເຖິກທີ່ບໍ່ມີຕຳນິໂຕໜຶ່ງ ແລະ ທາເລືອດຂອງລູກແກະໃສ່ເທິງປະຕູຂອງພວກເຂົາ.
ໄພພິບັດໄດ້ມາເຖິງ. ລູກກົກຊາວເອຢິບທຸກຄົນໄດ້ຕາຍໄປ, ລວມທັງລູກຊາຍຂອງຟາໂຣ. ແຕ່ລູກກົກຊາວອິດສະຣາເອນໄດ້ລອດຊີວິດ ຍ້ອນວ່າພວກເຂົາເຊື່ອຟັງພຣະຜູ້ເປັນເຈົ້າ.
ຟາໂຣໄດ້ບອກໂມເຊ ແລະ ຊາວອິດສະຣາເອນໃຫ້ອອກຈາກເອຢິບ. ແຕ່ຟາໂຣໄດ້ໃຈຮ້າຍ. ເພິ່ນ ແລະ ກອງທັບຂອງເພິ່ນໄດ້ໄລ່ຕາມພວກເຂົາໄປ.
ຊາວອິດສະຣາເອນໄດ້ຕັ້ງຄ້າຍພັກຢູ່ທີ່ທະເລແດງ. ເມື່ອພວກເຂົາໄດ້ເຫັນຊາວເອຢິບກຳລັງມາ, ພວກເຂົາກໍເກີດຄວາມຢ້ານກົວ. ໂມເຊໄດ້ກ່າວວ່າ ພຣະຜູ້ເປັນເຈົ້າຈະປົກປ້ອງພວກເຂົາ.
ໂມເຊໄດ້ຍົກໄມ້ເທົ້າຂອງເພິ່ນຂຶ້ນ, ແລະ ພຣະຜູ້ເປັນເຈົ້າໄດ້ແຍກນ້ຳທະເລ. ຊາວອິດສະຣາເອນໄດ້ຂ້າມທະເລໄປເທິງດິນແຫ້ງ.
ເມື່ອຊາວອິດສະຣາເອນໄດ້ຂ້າມໄປອີກຟາກໜຶ່ງຂອງທະເລຢ່າງປອດໄພແລ້ວ, ນໍ້າກໍໄດ້ຕົກລົງມາ ແລະ ໄດ້ຖ້ວມກອງທັບ. ຊາວອິດສະຣາເອນໄດ້ເປັນອິດສະລະໃນທີ່ສຸດ.
ໜ້າລະບາຍສີ
ພຣະເຢຊູຄຣິດໄດ້ຟື້ນຄືນພຣະຊົນເພື່ອເຮົາ
ພາບປະກອບໂດຍ ອໍເດຣ ເດ. ອະນຸຍາດໃຫ້ເຮັດສຳເນົາສຳລັບໃຊ້ໃນສາດສະໜາຈັກເທົ່ານັ້ນ.
ເຈົ້າສາມາດເຮັດຫຍັງໄດ້ແດ່ເພື່ອລະນຶກເຖິງພຣະເຢຊູຄຣິດອີດສະເຕີນີ້ ແລະ ຕະຫລອດທັງປີ?
© 2026 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly The Friend Message, April 2026. Laotian. 20062 331