“ສາດສະດາໂມເຊ,” Friend, ເດືອນມີນາ 2026, 46–48.
ຂ່າວສານປະຈຳເດືອນ The Friend, ເດືອນມີນາ 2026
ສາດສະດາໂມເຊ
ໂມເຊຄືຊາວອິດສະຣາເອນຄົນໜຶ່ງ, ແຕ່ເພິ່ນໄດ້ຖືກລ້ຽງດູໂດຍລູກສາວຂອງຟາຣາໂອໃນປະເທດເອຢິບ. ໂມເຊຮູ້ສຶກເສຍໃຈທີ່ໄດ້ເຫັນຊາວເອຢິບຂົ່ມເຫັງຊາວອິດສະຣາເອນ ແລະນຳເຂົາເຈົ້າມາເປັນຂ້າທາດ.
ມື້ໜຶ່ງໂມເຊໄດ້ເຫັນຄົນເອຢິບກຳລັງຂ້ຽນຕີຄົນອິດສະຣາເອນ. ໂມເຊໄດ້ປົກປ້ອງຊາວອິດສະຣາເອນຄົນນັ້ນ.
ເມື່ອຟາໂຣໄດ້ຍິນເລື່ອງນັ້ນ, ເພິ່ນຢາກຂ້າໂມເຊ, ແຕ່ໂມເຊໄດ້ໜີໄປຈາກປະເທດເອຢິບແລ້ວ.
ໂມເຊໄດ້ໄປເຖິງດິນແດນແຫ່ງໜຶ່ງເອີ້ນວ່າ ມີດີອານ, ບ່ອນທີ່ເພິ່ນໄດ້ພົບກັບຜູ້ຍິງຄົນໜຶ່ງ ຊື່ສິບໂປລາ. ພວກເພິ່ນໄດ້ແຕ່ງງານກັນ ແລະ ມີລູກຫລາຍຄົນ.
ຂະນະທີ່ອາໄສຢູ່ມີດີອານ, ໂມເຊໄດ້ເຫັນຟຸ່ມໄມ້ທີ່ລຸກເປັນໄຟ, ແຕ່ໄຟບໍ່ໄດ້ໄໝ້ຟຸ່ມໄມ້. ພຣະຜູ້ເປັນເຈົ້າໄດ້ປະກົດຢູ່ໃນແປວໄຟ ແລະ ກ່າວກັບໂມເຊ.
ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ພຣະອົງຮູ້ວ່າຊາວອິດສະຣາເອນທຸກທໍລະມານຢູ່ໃນປະເທດເອຢິບ. ພຣະອົງໄດ້ບັນຊາໂມເຊໃຫ້ກັບໄປປະເທດເອຢິບ ແລະ ບອກຟາຣາໂອວ່າ ໃຫ້ປ່ອຍຊາວອິດສະຣາເອນໄປ. ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ພຣະອົງຈະຊ່ວຍໂມເຊປົດປ່ອຍຊາວອິດສະຣາເອນ ແລະ ນຳພາພວກເຂົາໄປຫາແຜ່ນດິນແຫ່ງຄຳສັນຍາ.
ໜ້າລະບາຍສີ
ເຮົາສາມາດມີເມດຕາຕໍ່ຄົນອື່ນ
ພາບປະກອບ ໂດຍ ອໍເດຣ ເດ. ສາມາດສຳເນົາໄດ້ສະເພາະ ສຳລັບສາດສະໜາຈັກໃຊ້ເທົ່ານັ້ນ.
ທ່ານສາມາດເຮັດສິ່ງໃດແດ່ເພື່ອສະແດງຄວາມເມດຕາໃນອາທິດນີ້?
© 2026 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Friend Message, March 2026. Laotian. 19938 331