“Noah and the Ark,” Friend, February 2026, 46–48.
ຂ່າວສານປະຈຳເດືອນ Friend, ເດືອນກຸມພາ 2026
ໂນອາ ແລະ ເຮືອ
ໂນອາ ແລະ ຄອບຄົວຂອງເພິ່ນໄດ້ເຊື່ອຟັງພຣະຜູ້ເປັນເຈົ້າ. ຄົນອື່ນທັງໝົດຊົ່ວຮ້າຍຫລາຍທີ່ສຸດ. ພຣະຜູ້ເປັນເຈົ້າໄດ້ບອກໂນອາວ່າ ນ້ຳຈະຖ້ວມແຜ່ນດິນໂລກ ຖ້າຫາກຜູ້ຄົນບໍ່ກັບໃຈ.
ໂນອາໄດ້ບອກຜູ້ຄົນວ່າພຣະຜູ້ເປັນເຈົ້າຮັກພວກເຂົາ ແລະ ປະສົງໃຫ້ພວກເຂົາກັບໃຈ ແລະ ມີສັດທາໃນພຣະເຢຊູຄຣິດ. ພວກເຂົາບໍ່ໄດ້ເຊື່ອຟັງ.
ພຣະຜູ້ເປັນເຈົ້າໄດ້ບອກໂນອາໃຫ້ສ້າງເຮືອລຳໃຫຍ່. ເຮືອນັ້ນຈະຮັກສາຄອບຄົວຂອງໂນອາໃຫ້ປອດໄພໃນລະຫວ່າງນ້ຳຖ້ວມ.
ຄອບຄົວຂອງໂນອາໄດ້ນຳອາຫານເຂົ້າເຮືອ. ພຣະຜູ້ເປັນເຈົ້າໄດ້ສົ່ງສັດທຸກຊະນິດຢ່າງໜ້ອຍສອງໂຕ ເພື່ອໃຫ້ໂນອາໃສ່ໄວ້ໃນເຮືອ. ແລ້ວຝົນໄດ້ເລີ່ມຕົກລົງມາ.
ຝົນຕົກເປັນເວລາ 40 ມື້ ແລະ 40 ຄືນ. ນ້ຳໄດ້ຖ້ວມແຜ່ນດິນໂລກ, ດັ່ງທີ່ພຣະຜູ້ເປັນເຈົ້າໄດ້ເຕືອນ.
ຄອບຄົວຂອງໂນອາ ແລະ ສັດສາວາສິ່ງທັງໝົດຢູ່ໃນເຮືອຢ່າງປອດໄພ ຢູ່ເທິງນ້ຳ.
ເມື່ອນ້ຳຖ້ວມໄດ້ສິ້ນສຸດລົງ, ເຮືອກໍຢຸດຢູ່ເທິງດິນແຫ້ງ. ໂນອາ ແລະ ຄອບຄົວຂອງເພິ່ນຂອບພຣະໄທພຣະຜູ້ເປັນເຈົ້າທີ່ໄດ້ປົກປັກຮັກສາພວກເພິ່ນ. ພຣະຜູ້ເປັນເຈົ້າໄດ້ສັນຍາວ່າ ຈະບໍ່ໃຫ້ນ້ຳຖ້ວມໂລກອີກ. ພຣະອົງໄດ້ສົ່ງຮຸ້ງກິນນ້ຳມາ ເພື່ອເຕືອນເຮົາເຖິງຄຳສັນຍາຂອງພຣະອົງ.
ໜ້າລະບາຍສີ
ການຕິດຕາມສາດສະດາຂອງພຣະຜູ້ເປັນເຈົ້າຈະເປັນພອນໃຫ້ແກ່ເຮົາ
ພາບປະກອບ ໂດຍ ອໍດຣີ ເດ
ເຈົ້າສາມາດເຮັດຫຍັງແດ່ເພື່ອທີ່ຈະຕິດຕາມສາດສະດາ?
© 2026 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Friend Message, February 2026. Laotian. 19927 331