“Adam and Eve,” Friend, January 2026, 46–48.
ຂ່າວສານປະຈຳເດືອນ Friend, ເດືອນມັງກອນ 2026
ອາດາມ ແລະ ເອວາ
ອາດາມ ແລະ ເອວາເປັນລູກໆຜູ້ທຳອິດຂອງພຣະບິດາເທິງສະຫວັນທີ່ໄດ້ອາໄສຢູ່ໃນໂລກນີ້. ພວກເຂົາອາໄສຢູ່ໃນສວນເອເດນ.
ພຣະເຈົ້າໄດ້ອະນຸຍາດໃຫ້ພວກເຂົາກິນໝາກໄມ້ຈາກທຸກຕົ້ນ ຍົກເວັ້ນແຕ່ຕົ້ນໜຶ່ງ. ຖ້າຫາກພວກເຂົາກິນຈາກຕົ້ນໄມ້ແຫ່ງຄວາມຮູ້ດີ ແລະ ຮູ້ຊົ່ວ, ພວກເຂົາຈະຕ້ອງໜີຈາກສວນ ແລະ ຈະຕາຍໃນທີ່ສຸດ. ແຕ່ຊາຕານໄດ້ຕົວະພວກເຂົາ. ມັນໄດ້ເວົ້າວ່າ ຖ້າຫາກພວກເຂົາກິນໝາກໄມ້ນັ້ນ, ພວກເຂົາຈະຮູ້ຄວາມດີຈາກຄວາມຊົ່ວ ແຕ່ພວກເຂົາຈະບໍ່ຕາຍ.
ເອວາໄດ້ເລືອກທີ່ຈະກິນໝາກໄມ້.
ແລ້ວນາງກໍໄດ້ເອົາໝາກໄມ້ນັ້ນໃຫ້ອາດາມກິນ. ລາວກໍເລືອກກິນໝາກໄມ້ຄືກັນ.
ພຣະເຈົ້າ ແລະ ພຣະເຢຊູຄຣິດໄດ້ມາຢ້ຽມຢາມພວກເຂົາ, ແຕ່ອາດາມ ແລະ ເອວາຢ້ານກົວ ແລະ ໄດ້ລີ້ຢູ່. ພຣະເຈົ້າໄດ້ຖາມວ່າ ພວກເຂົາໄດ້ກິນໝາກໄມ້ຈາກຕົ້ນໄມ້ນັ້ນຫລືບໍ່.
ອາດາມ ແລະ ເອວາໄດ້ເວົ້າວ່າ ພວກເຂົາໄດ້ກິນໝາກໄມ້ນັ້ນ. ບັດນີ້ ພວກເຂົາຈະຕ້ອງໜີຈາກສວນເອເດນ. ແຕ່ພຣະເຈົ້າມີແຜນສຳລັບພວກເຂົາ. ບັດນີ້ ພວກເຂົາຮູ້ຄວາມດີຈາກຄວາມຊົ່ວ ແລະ ສາມາດມີລູກ.
ອາດາມ ແລະ ເອວາໄດ້ສັນຍາທີ່ຈະເຊື່ອຟັງພຣະບັນຍັດຂອງພຣະເຈົ້າ. ພວກເຂົາໄດ້ຮຽນຮູ້ຕື່ມອີກກ່ຽວກັບພຣະບຸດຂອງພຣະເຈົ້າ, ພຣະເຢຊູຄຣິດ. ພວກເຂົາມີຄວາມສຸກ ຍ້ອນວ່າພຣະອົງຈະຊ່ວຍຄອບຄົວຂອງພວກເຂົາໃຫ້ກັບຄືນໄປຫາພຣະເຈົ້າ.
ໜ້າລະບາຍສີ
ພຣະເຢຊູໄດ້ສ້າງແຜ່ນດິນໂລກ
ພາບປະກອບ ໂດຍ ອໍເດຣ ເດ
ສິ່ງໃດແດ່ທີ່ເຈົ້າມັກທີ່ສຸດ ທີ່ພຣະເຢຊູຄຣິດໄດ້ສ້າງຂຶ້ນມາ?
© 2026 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Friend Message, January 2026. Laotian. 19919 331