“Liberty Jail,” Friend, August 2025, 26–28.
ຂ່າວສານປະຈຳເດືອນ Friend, ເດືອນສິງຫາ 2025
ຄຸກລີເບີຕີ
ຫລາຍຄົນທີ່ຢູ່ໃນລັດມີເຊີຣີບໍ່ມັກໄພ່ພົນ. ເຈົ້າລັດໄດ້ສົ່ງທະຫານໄປໄລ່ເຂົາເຈົ້າໜີ.
ທະຫານໄດ້ຈັບໂຈເຊັບ ສະມິດ ແລະ ຜູ້ນຳຂອງສາດສະໜາຈັກຄົນອື່ນໆ. ຄືນໜຶ່ງ, ພວກນາຍຍາມກຳລັງຫົວຂວັນກ່ຽວກັບສິ່ງບໍ່ດີທີ່ພວກເຂົາໄດ້ເຮັດກັບໄພ່ພົນ.
ໂຈເຊັບໄດ້ຢືນຂຶ້ນ ແລະ ຮ້ອງບອກວ່າ, “ງຽບ!” ເພິ່ນໄດ້ເວົ້າດ້ວຍພະລັງຂອງພຣະເຈົ້າ. ພວກນາຍຍາມໄດ້ເວົ້າວ່າ ພວກເຂົາຂໍໂທດ ແລະ ໄດ້ເຊົາເວົ້າ.
ຕໍ່ມາ, ໂຈເຊັບ ແລະ ໝູ່ເພື່ອນຂອງເພິ່ນໄດ້ຖືກສົ່ງເຂົ້າຄຸກ ຢູ່ໃນເມືອງໜຶ່ງທີ່ເອີ້ນວ່າ ລີເບີຕີ. ຄຸກນັ້ນໜາວ, ນ້ອຍ, ແລະ ມືດ. ພວກເພິ່ນມີພຽງແຕ່ເຟືອງທີ່ເປິເປື້ອນໃຫ້ນອນເທົ່ານັ້ນ. ອາຫານທີ່ໃຫ້ພວກເພິ່ນກິນເຮັດໃຫ້ພວກເພິ່ນບໍ່ສະບາຍ.
ໂຈເຊັບເປັນຫ່ວງໄພ່ພົນ. ແຕ່ເພິ່ນບໍ່ສາມາດເຮັດຫຍັງເພື່ອຊ່ວຍເຫລືອເຂົາເຈົ້າ.
ໂຈເຊັບໄດ້ອະທິຖານຫລາຍ. ເພິ່ນໄດ້ທູນຖາມພຣະເຈົ້າວ່າໄດ້ລືມເພິ່ນ ແລະ ສາດສະໜາຈັກແລ້ວບໍ.
ພຣະເຈົ້າໄດ້ຕອບຄຳອະທິຖານຂອງໂຈເຊັບ. ພຣະອົງໄດ້ກ່າວວ່າ, “ລູກເອີຍ, ສັນຕິສຸກຈົ່ງມີແກ່ຈິດວິນຍານຂອງເຈົ້າ.” ພຣະເຈົ້າໄດ້ບອກໂຈເຊັບວ່າ ຄວາມທ້າທາຍຂອງເພິ່ນຈະບໍ່ຄົງຢູ່ຕະຫລອດໄປ ແລະ ມັນຈະເປັນເພື່ອຄວາມດີຂອງເພິ່ນ. ພຣະອົງໄດ້ສັນຍາວ່າ ພຣະອົງຈະສະຖິດຢູ່ກັບໂຈເຊັບ “ຕະຫລອດການ ແລະ ຕະຫລອດໄປ” (ຄຳສອນ ແລະ ພັນທະສັນຍາ 121:7, 46).
ໜ້າລະບາຍສີ
ເຮົາສາມາດເປັນຄວາມສະຫວ່າງໃຫ້ແກ່ຄົນອື່ນ
ພາບປະກອບ ໂດຍ ໂຄຣີ ເອັກເບີດ
ເຈົ້າເປັນຕົວຢ່າງທີ່ດີໃຫ້ກັບຄົນອື່ນແນວໃດ?
© 2025 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Friend Message, August 2025. Laotian. 19642 331