2025
ອັກ​ຄະ​ສາ​ວົກ​ຮັບ​ໃຊ້​ເຜີຍ​ແຜ່​ທີ່​ອັງ​ກິດ
ເດືອນ​ກໍ​ລະ​ກົດ 2025


ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ກໍ​ລະ​ກົດ 2025

ອັກ​ຄະ​ສາ​ວົກ​ຮັບ​ໃຊ້​ເຜີຍ​ແຜ່​ທີ່​ອັງ​ກິດ

ໂຈ​ເຊັບ ສະ​ມິດ ວາດ​ພາບ​ເຫັນ​ອັກ​ຄະ​ສາ​ວົກ​ກຳ​ລັງ​ສັ່ງ​ສອນ​ໃນ​ອັງ​ກິດ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂຈ​ເຊັບ ສະ​ມິດ ໃຫ້​ສົ່ງ​ອັກ​ຄະ​ສາ​ວົກ​ບາງ​ຄົນ​ໄປ​ເຜີຍ​ແຜ່​ໃນ​ອັງ​ກິດ. ມັນ​ເປັນ​ເລື່ອງ​ຍາກ​ສຳ​ລັບ​ອັກ​ຄະ​ສາ​ວົກ​ທີ່​ຈະ​ຈາກ​ຄອບ​ຄົວ​ຂອງ​ພວກ​ເພິ່ນ​ໄປ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ​ຈະ​ອວຍ​ພອນ​ພວກ​ເພິ່ນ.

ຄອບ​ຄົວ​ຄິມ​ໂບ​ນອນ​ປ່ວຍ​ຢູ່​ເທິງ​ຕຽງ

ຮີ​ເບີ ຊີ ຄິມ​ໂບ ແລະ ພັນ​ລະ​ຍາ​ຂອງ​ເພິ່ນ, ນາງ​ວິ​ເລດ, ມີ​ລູກ​ທີ່​ຍັງ​ນ້ອຍ​ຢູ່. ຫລາຍ​ຄົນ​ປ່ວຍ​ໜັກ.

ບຣິ​ກຳ ຢັງ ກຳ​ລັງ​ສັ່ງ​ລາ​ຄອບ​ຄົວ​ຂອງ​ເພິ່ນ

ບຣິ​ກຳ ຢັງ ກໍ​ເຈັບ​ປ່ວຍ​ເຊັ່ນ​ກັນ, ແລະ ຄອບ​ຄົວ​ຂອງ​ເພິ່ນ​ກໍ​ທຸກ​ຍາກ. ແຕ່​ພັນ​ລະ​ຍາ​ຂອງ​ບຣິ​ກຳ, ນາງ​ແມ​ຣີ ແອນ, ໄດ້​ບອກ​ເພິ່ນ​ວ່າ, “ຈົ່ງ​ໄປ ແລະ ເຮັດ​ວຽກ​ງານ​ເຜີຍ​ແຜ່​ຂອງ​ອ້າຍ​ໃຫ້​ສຳ​ເລັດ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ພອນ​ແກ່​ອ້າຍ.”

ຮີ​ເບີ ແລະ ບຣິ​ກຳ​ກຳ​ລັງ​ນັ່ງ​ຢູ່​ທ້າຍ​ກວຽນ

ຮີ​ເບີ ແລະ ບຣິ​ກຳ​ຮູ້​ສຶກ​ດີ​ຂຶ້ນ, ແຕ່​ພວກ​ເພິ່ນ​ຍັງ​ອ່ອນ​ເພຍ​ຢູ່. ພວກ​ເພິ່ນ​ຢາກ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ, ສະ​ນັ້ນ​ພວກ​ເພິ່ນ​ຈຶ່ງ​ໄດ້​ສັ່ງ​ລາ​ຄອບ​ຄົວ​ຂອງ​ພວກ​ເພິ່ນ ແລະ ປີນ​ຂຶ້ນ​ທ້າຍ​ກວຽນ ເພື່ອ​ເລີ່ມ​ການ​ເດີນ​ທາງ.

ຮີ​ເບີ ແລະ ບຣິ​ກຳ​ກຳ​ລັງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຜູ້​ຄົນ​ໃນ​ອັງ​ກິດ

ຫລັງ​ຈາກ​ການ​ເດີນ​ທາງ​ຂ້າມ​ມະ​ຫາ​ສະ​ໝຸດ​ເປັນ​ເວ​ລາ​ດົນ​ນານ, ຮີ​ເບີ ແລະ ບຣິ​ກຳ​ໄດ້​ມາ​ຮອດ​ອັງ​ກິດ. ພ້ອມ​ດ້ວຍ​ອັກ​ຄະ​ສາ​ວົກ​ຄົນ​ອື່ນໆ, ພວກ​ເພິ່ນ​ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຫລາຍ​ຄົນ. ຫລາຍ​ພັນ​ຄົນ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພວກ​ເຂົາ​ຫລາຍ​ຄົນ​ໄດ້​ລ່ອງ​ເຮືອ​ຂ້າມ​ມະ​ຫາ​ສະ​ໝຸດ ເພື່ອ​ໄປ​ຮ່ວມ​ກັບ​ໄພ່​ພົນ​ໃນ​ສະ​ຫະ​ລັດ.

ຄອບ​ຄົວ​ຂອງ​ຮີ​ເບີ ແລະ ບຣິ​ກຳ​ກຳ​ລັງ​ທັກ​ທາຍ​ກັບ​ພວກ​ເພິ່ນ​ທີ່​ທ່າ​ເຮືອ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ວ່າ​ຈະ​ດູ​ແລ​ຄອບ​ຄົວ​ຂອງ​ຮີ​ເບີ ແລະ ບຣິ​ກຳ ໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ກຳ​ລັງ​ຮັບ​ໃຊ້​ພຣະ​ອົງ​ໃນ​ຖາ​ນະ​ຜູ້​ສອນ​ສາດ​ສະ​ໜາ.

ໜ້າ​ລະ​ບາຍ​ສີ

ພຣະ​ເຈົ້າ​ໄດ້​ສ້າງ​ທຸກ​ສິ່ງ​ທີ່​ມີ​ຊີ​ວິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

ກິດ​ຈະ​ກຳ​ລະ​ບາຍ​ສີ ແມວ, ແມງ​ກະ​ເບື້ອ, ແລະ ດອກ​ໄມ້ ໃນ​ໜ້າ PDF

ພາບ​ປະ​ກອບ ໂດຍ ໂຄ​ຣີ ເອັກ​ເບີດ

ສິ່ງ​ທີ່​ມີ​ຊີ​ວິດ​ທີ່​ເຈົ້າ​ມັກ​ທີ່​ສຸດ​ແມ່ນ​ຫຍັງ?