ຂ່າວສານປະຈຳເດືອນ Friend, ເດືອນມິຖຸນາ 2025
ການສ້າງພຣະວິຫານເຄີດແລນ
ພຣະຜູ້ເປັນເຈົ້າໄດ້ບອກກັບໂຈເຊັບ ສະມິດ ວ່າມັນເຖິງເວລາແລ້ວທີ່ຈະສ້າງພຣະວິຫານໃນເມືອງເຄີດແລນ, ລັດໂອໄຮໂອ, ສະຫະລັດອາເມຣິກາ. ມັນຈະເປັນສະຖານທີ່ພິເສດ ບ່ອນທີ່ພຣະຜູ້ເປັນເຈົ້າຈະໄປຢ້ຽມຢາມຜູ້ຄົນຂອງພຣະອົງ ແລະ ເຮັດຄຳສັນຍາກັບເຂົາເຈົ້າ.
ໄພ່ພົນໄດ້ເລີ່ມສ້າງພຣະວິຫານ. ຕ້ອງໃຊ້ເງິນຈຳນວນຫລາຍ ແລະ ຕ້ອງໃຊ້ແຮງງານຢ່າງຫລວງຫລາຍ. ແຕ່ເຂົາເຈົ້າຕື່ນເຕັ້ນທີ່ຈະໄດ້ຮັບພອນຈາກພຣະຜູ້ເປັນເຈົ້າ.
ຂະນະທີ່ໄພ່ພົນເຮັດວຽກໃນພຣະວິຫານ, ເຂົາເຈົ້າກໍເລີ່ມໝົດເງິນ. ເຂົາເຈົ້າໄດ້ອະທິຖານຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ.
ຜູ້ຍິງຄົນໜຶ່ງຊື່ ແຄໂຣລາຍ ທິບເພັດ ແລະ ຄອບຄົວຂອງນາງເປັນຄົນຮັ່ງມີ. ເຂົາເຈົ້າໄດ້ໃຫ້ສາດສະໜາຈັກກູ້ຢືມເງິນ ເພື່ອຊ່ວຍສ້າງພຣະວິຫານ.
ໄພ່ພົນໄດ້ເຮັດວຽກໜັກ. ບາງຄົນໄດ້ຂັບກວຽນທີ່ເຕັມໄປດ້ວຍກ້ອນຫີນ. ບາງຄົນເຮັດເສື້ອຜ້າ ແລະ ອາຫານໃຫ້ຄົນງານ.
ພວກເດັກນ້ອຍກຳລັງເກັບເສດແກ້ວແຕກມາບົດ ເພື່ອນຳໄປຕິດຝາພຣະວິຫານ ເພື່ອໃຫ້ເປັນປະກາຍໃນແສງແດດ.
ບໍ່ດົນພຣະວິຫານກໍສ້າງສຳເລັດ! ໄພ່ພົນຕ່າງກໍຕື່ນເຕັ້ນທີ່ຈະໄດ້ເຂົ້າໄປໃນບ້ານຂອງພຣະຜູ້ເປັນເຈົ້າ ເພື່ອຮັບເອົາພອນທີ່ພຣະອົງໄດ້ສັນຍາໄວ້ກັບເຂົາເຈົ້າ.
ໜ້າລະບາຍສີ
ພຣະຜູ້ເປັນເຈົ້າຮູ້ວ່າຂ້ານ້ອຍເປັນໃຜ ແລະ ຮັກຂ້ານ້ອຍ.
ພາບປະກອບ ໂດຍ ໂຄຣີ ເອັກເບີດ
ແຕ້ມໃບໜ້າຂອງເຈົ້າໃນຮູບໄຂ່. ເຈົ້າຮູ້ໄດ້ແນວໃດວ່າພຣະເຢຊູຄຣິດຮັກເຈົ້າ?
© 2025 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Friend Message, June 2025. Laotian. 19643 331