2025
ລູ​ສີ​ພົບ​ເຫັນ​ຄວາມ​ຈິງ
ເດືອນ​ເມ​ສາ 2025


“Lucy Finds the Truth,” Friend, April 2025, 26–28.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ເມ​ສາ 2025

ລູ​ສີ​ພົບ​ເຫັນ​ຄວາມ​ຈິງ

ເດັກ​ຍິງ​ຄົນ​ໜຶ່ງ​ກຳ​ລັງ​ເປີດ​ປະ​ຕູ​ໃຫ້​ກັບ​ຜູ້​ຊາຍ​ກຸ່ມ​ໜຶ່ງ​ເຂົ້າ​ມາ​ທາງ​ໃນ ຂະ​ນະ​ທີ່​ແມ່​ຍິງ​ຄົນ​ໜຶ່ງ​ກຳ​ລັງ​ນັ່ງ​ຕ່ຳ​ຫູກ​ຢູ່

ມື້​ໜຶ່ງ, ນາງ​ລູ​ສີ ມໍ​ເລ ອາ​ຍຸ 15 ປີ​ກຳ​ລັງ​ຊ່ວຍ​ອາ​ບີ​ແກວ ແດນ​ໂຍ ເພື່ອນ​ບ້ານ​ຂອງ​ນາງ​ຕ່ຳ​ຫູກ. ຂະ​ນະ​ທີ່​ພວກ​ນາງ​ເຮັດ​ວຽກ​ຢູ່​ນັ້ນ, ຜູ້​ສອນ​ສາດ​ສະ​ໜາ​ສາມ​ຄົນ​ໄດ້​ເຄາະ​ປະ​ຕູ. ເຂົາ​ເຈົ້າ​ເວົ້າ​ວ່າ​ພຣະ​ເຢ​ຊູ​ຄຣິດ​ໄດ້​ສົ່ງ​ເຂົາ​ເຈົ້າ​ມາ​ເພື່ອ​ແບ່ງ​ປັນ​ຂ່າວ​ສານ.

ແມ່​ຍິງ​ຄົນ​ນັ້ນ​ເບະ​ສົບ​ໃສ່​ໃນ​ຂະ​ນະ​ທີ່​ພວກ​ຜູ້​ຊາຍ​ກຳ​ລັງ​ເວົ້າ​ກັບ​ເດັກ​ຍິງ​ຄົນ​ນັ້ນ

ພວກ​ຜູ້​ຊາຍ​ໄດ້​ບອກ​ອາ​ບີ​ແກວ ແລະ ລູ​ສີ​ວ່າ ພຣະ​ເຢ​ຊູ​ໄດ້​ເອີ້ນ​ໂຈ​ເຊັບ ສະ​ມິດ ໃຫ້​ເປັນ​ສາດ​ສະ​ດາ. ເຂົາ​ເຈົ້າ​ກໍ​ຍັງ​ໄດ້​ບອກ​ພວກ​ນາງ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ​ນຳ​ອີກ.

ແມ່​ຍິງ​ຄົນ​ນັ້ນ​ໃຈ​ຮ້າຍ​ຈຶ່ງ​ໄລ່​ພວກ​ຜູ້​ຊາຍ​ອອກ​ໄປ​ຈາກ​ບ້ານ​ຂອງ​ນາງ

ລູ​ສີ​ຕົກ​ຕະ​ລຶງ, ເມື່ອ​ນາງ​ອາ​ບີ​ແກວ​ໃຈ​ຮ້າຍ. ນາງ​ໄດ້​ບອກ​ໃຫ້​ຜູ້​ສອນ​ສາດ​ສະ​ໜາ​ອອກ​ໄປ.

ພວກ​ຜູ້​ຊາຍ​ໄດ້​ຫລຽວ​ກັບ​ຄືນ​ໄປ​ເບິ່ງ​ໃນ​ຂະ​ນະ​ທີ່​ເດັກ​ຍິງ​ກຳ​ລັງ​ແລ່ນ​ນຳ​ພວກ​ເຂົາ

ລູ​ສີ​ຮູ້​ວ່າ​ຜູ້​ສອນ​ສາດ​ສະ​ໜາ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ. ນາງ​ໄດ້​ບອກ​ເຂົາ​ເຈົ້າ​ໃຫ້​ໄປ​ຢ້ຽມ​ຢາມ​ຄອບ​ຄົວ​ຂອງ​ນາງ​ທີ່​ຢູ່​ລຸ່ມ​ຖະ​ໜົນ​ນັ້ນ.

ພວກ​ຜູ້​ຊາຍ​ນັ່ງ​ຢູ່​ໂຕະ​ກິນ​ເຂົ້າ​ກັບ​ເດັກ​ຍິງ ແລະ ຄອບ​ຄົວ​ຂອງ​ນາງ

ຜູ້​ສອນ​ສາດ​ສະ​ໜາ​ໄດ້​ໄປ​ທີ່​ບ້ານ​ຄອບ​ຄົວ​ມໍ​ເລ. ພໍ່​ແມ່​ຂອງ​ນາງ​ລູ​ສີ​ໄດ້​ເຊື້ອ​ເຊີນ​ຜູ້​ສອນ​ສາດ​ສະ​ໜາ​ໃຫ້​ສິດ​ສອນ​ເຂົາ​ເຈົ້າ ແລະ ໝູ່​ເພື່ອນ​ຂອງ​ເຂົາ​ເຈົ້າ.

ເດັກ​ຍິງ​ກຳ​ລັງ​ເອົາ​ຜ້າ​ແພ​ຕູ້ມ​ບ່າ​ໄລ່​ຂອງ​ແມ່​ຍິງ​ໃນ​ຂະ​ນະ​ທີ່​ຄົນ​ອື່ນ​ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ​ໃນ​ແມ່ນ້ຳ​ທີ່​ຢູ່​ເບື້ອງ​ຫລັງ

ຄືນ​ນັ້ນ, 17 ຄົນ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ສອງ​ສາມ​ມື້​ຈາກ​ນັ້ນ, ອີກ 50 ຄົນ​ໄດ້​ມາ​ຟັງ​ຜູ້​ສອນ​ສາດ​ສະ​ໜາ ແລະ ໄດ້​ຮັບ​ບັບ​ຕິ​ສະ​ມາ. ແມ່ນ​ແຕ່​ນາງ​ອາ​ບີ​ແກວ ເພື່ອນ​ບ້ານ​ຂອງ​ນາງ​ລູ​ສີ​ກໍ​ໄດ້​ປ່ຽນ​ໃຈ. ນາງ ແລະ ສາ​ມີ​ຂອງ​ນາງ, ພ້ອມ​ກັບ​ນາງ​ລູ​ສີ ແລະ ສະ​ມາ​ຊິກ​ຄອບ​ຄົວ​ຂອງ​ນາງ, ໄດ້​ເລືອກ​ທີ່​ຈະ​ເຮັດ​ຕາມ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ຮັບ​ບັບ​ຕິ​ສະ​ມາ.

ໜ້າ​ລະ​ບາຍ​ສີ

ເພາະ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ຈະ​ໄດ້​ຟື້ນ​ຄືນ​ຊີ​ວິດ

ລາຍ​ເສັ້ນ​ອຸບ​ມຸງ​ທີ່​ວ່າງ​ເປົ່າ

ພາບ​ປະ​ກອບ ໂດຍ ໂຄ​ຣີ ເອັກ​ເບີດ

ເຈົ້າ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ໃນ​ຊ່ວງ​ອີດ​ສະ​ເຕີ​ແນວ​ໃດ?