2025
ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ຟື້ນ​ຟູ
ເດືອນ​ມີ​ນາ 2025


“The Priesthood Is Restored,” Friend, March 2025, 26–28.

ຂ່າວ​ສານ​ປະ​ຈຳ​ເດືອນ Friend, ເດືອນ​ມີ​ນາ 2025

ຖາ​ນະ​ປະ​ໂລ​ຫິດ​ໄດ້​ຖືກ​ຟື້ນ​ຟູ

ເຈົ້າ​ສາ​ມາດ​ອ່ານ​ເລື່ອງ​ລາວ​ນີ້​ໄດ້​ໃນ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:66–73 ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:12.

ໂຈ​ເຊັບ ສະ​ມິດ ກຳ​ລັງ​ກ່າວ​ກັບ​ອໍ​ລີ​ເວີ ຄາວ​ເດີ​ຣີ ໂດຍ​ມີ​ຟອງ​ຈິນ​ຕະ​ນາ​ການ​ເຫັນ​ພຣະ​ຄຣິດ​ກຳ​ລັງ​ຢ້ຽມ​ຢາມ​ຊາວ​ນີ​ໄຟ

ຫລັງ​ຈາກ​ທີ່​ໂຈ​ເຊັບ ສະ​ມິດ ໄດ້​ຮັບ​ແຜ່ນ​ຈາ​ລຶກ​ຄຳ, ເພິ່ນ​ໄດ້​ເລີ່ມ​ແປ​ມັນ. ອໍ​ລີ​ເວີ ຄາວ​ເດີ​ຣີ ໄດ້​ຂຽນ​ສິ່ງ​ທີ່​ເພິ່ນ​ເວົ້າ​ລົງ​ໄວ້. ຂະ​ນະ​ທີ່​ພວກ​ເພິ່ນ​ເຮັດ​ວຽກ​ຢູ່​ນັ້ນ, ພວກ​ເພິ່ນ​ໄດ້​ຮຽນ​ຮູ້​ວ່າ ພຣະ​ເຢ​ຊູ​ຄຣິດ​ຢາກ​ໃຫ້​ທຸກ​ຄົນ​ຮັບ​ບັບ​ຕິ​ສະ​ມາ.

ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ກຳ​ລັງ​ອະ​ທິ​ຖານ​ຢູ່​ໃນ​ປ່າ

ບັດ​ນີ້​ໂຈ​ເຊັບ ແລະ ອໍ​ລີ​ເວີ​ສົງ​ໄສ​ວ່າ​ແມ່ນ​ໃຜ​ທີ່​ມີ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ທີ່​ຈະ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ຜູ້​ຄົນ. ພວກ​ເພິ່ນ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ເພື່ອ​ອະ​ທິ​ຖານ ແລະ ທູນ​ຖາມ​ພຣະ​ເຈົ້າ.

ທູດ​ສະ​ຫວັນ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ໂຈ​ເຊັບ ສະ​ມິດ

ຂະ​ນະ​ທີ່​ພວກ​ເພິ່ນ​ອະ​ທິ​ຖານ​ຢູ່​ນັ້ນ, ທູດ​ສະ​ຫວັນ​ອົງ​ໜຶ່ງ​ໄດ້​ມາ​ປະ​ກົດ. ເພິ່ນ​ໄດ້​ກ່າວ​ວ່າ​ເພິ່ນ​ຄື ໂຢ​ຮັນ​ບັບ​ຕິ​ສະ​ໂຕ, ຜູ້​ທີ່​ໃຫ້​ບັບ​ຕິ​ສະ​ມາ​ແກ່​ພຣະ​ເຢ​ຊູ​ຄຣິດ​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ. ເພິ່ນ​ໄດ້​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໃຫ້​ແກ່​ໂຈ​ເຊັບ ແລະ ອໍ​ລີ​ເວີ ເພື່ອ​ວ່າ​ພວກ​ເພິ່ນ​ຈະ​ສາ​ມາດ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ກັນ​ແລະ​ກັນ. ຖາ​ນະ​ປະ​ໂລ​ຫິດ​ຄື​ອຳ​ນາດ​ຂອງ​ພຣະ​ເຈົ້າ. ມັນ​ຖືກ​ໃຊ້​ເພື່ອ​ໃຫ້​ພອນ​ແກ່​ລູກໆ​ຂອງ​ພຣະ​ເຈົ້າ.

ໂຈ​ເຊັບ ສະ​ມິດ ກຳ​ລັງ​ໃຫ້​ບັບ​ຕິ​ສະ​ມາ​ແກ່ ອໍ​ລີ​ເວີ ຄາວ​ເດີ​ຣີ

ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໄດ້​ບອກ​ໃຫ້​ໂຈ​ເຊັບ ແລະ ອໍ​ລີ​ເວີ​ຮັບ​ບັບ​ຕິ​ສະ​ມາ. ພວກ​ເພິ່ນ​ໄດ້​ລົງ​ໄປ​ໃນ​ນ້ຳ ແລະ ໃຫ້​ບັບ​ຕິ​ສະ​ມາ​ແກ່​ກັນ​ແລະ​ກັນ. ເມື່ອ​ພວກ​ເພິ່ນ​ຂຶ້ນ​ມາ​ຈາກ​ນ້ຳ, ພວກ​ເພິ່ນ​ກໍ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພວກ​ເພິ່ນ​ດີ​ໃຈ​ຫລາຍ!

ທູດ​ສາມ​ອົງ​ກຳ​ລັງ​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ໂຈ​ເຊັບ ສະ​ມິດ

ຕໍ່​ມາ, ທູດ​ສະ​ຫວັນ​ອົງ​ອື່ນໆ​ໄດ້​ລົງ​ມາ. ອັກ​ຄະ​ສາ​ວົກ​ທັງ​ສາມ​ຂອງ​ພຣະ​ເຢ​ຊູ​ຄຣິດ—ເປ​ໂຕ, ຢາ​ໂກ​ໂບ, ແລະ ໂຢ​ຮັນ—ໄດ້​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ໃຫ້​ແກ່​ໂຈ​ເຊັບ ແລະ ອໍ​ລີ​ເວີ. ບັດ​ນີ້ ໂຈ​ເຊັບ ແລະ ອໍ​ລີ​ເວີ​ສາ​ມາດ​ມອບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ແກ່​ຄົນ​ອື່ນ.

ໜ້າ​ລະ​ບາຍ​ສີ

ພຣະ​ເຢ​ຊູ​ມັກ​ເພງ​ຈາກ​ໃຈ

ຫົວ​ໃຈ​ທີ່​ມີ​ໂນດ​ເພງ

ພາບ​ປະ​ກອບ ໂດຍ ໂຄ​ຣີ ເອັກ​ເບີດ

ເຈົ້າ​ຮູ້​ສຶກ​ແນວ​ໃດ​ເມື່ອ​ເຈົ້າ​ຮ້ອງ​ເພງ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ?