“The First Vision,” Friend, January 2025, 26–28.
ຂ່າວສານປະຈຳເດືອນ Friend, ເດືອນມັງກອນ 2025
ພາບທີ່ມາໃຫ້ເຫັນຄັ້ງທຳອິດ
ເຈົ້າສາມາດອ່ານເລື່ອງລາວນີ້ໄດ້ໃນ ໂຈເຊັບ ສະມິດ—ປະຫວັດ 1:1–20.
ໃນຕອນທີ່ໂຈເຊັບ ສະມິດ ຍັງໜຸ່ມ, ມີຫລາຍສາດສະໜາຈັກທີ່ສິດສອນແຕກຕ່າງກັນກ່ຽວກັບພຣະເຢຊູຄຣິດ. ໂຈເຊັບບໍ່ຮູ້ວ່າຕ້ອງເຂົ້າຮ່ວມສາດສະໜາຈັກໃດ.
ມື້ນັ້ນ, ເພິ່ນໄດ້ອ່ານ ຢາໂກໂບ 1:5 ໃນພຣະຄຣິສຕະທຳຄຳພີ. ພຣະຄຳພີໄດ້ກ່າວວ່າ ຖ້າເຮົາຂາດສະຕິປັນຍາ, ກໍໃຫ້ເຮົາທູນຂໍຈາກພຣະເຈົ້າ. ໂຈເຊັບໄດ້ຕັດສິນໃຈເຮັດແບບນັ້ນ.
ໃນມື້ລະດູໃບໄມ້ປົ່ງທີ່ສວຍງາມ, ໂຈເຊັບໄດ້ເຂົ້າໄປໃນປ່າເພື່ອອະທິຖານຫາພຣະບິດາເທິງສະຫວັນ.
ໂຈເຊັບໄດ້ຄຸເຂົ່າລົງ ແລະ ເລີ່ມອະທິຖານ. ແຕ່ຈາກນັ້ນເພິ່ນໄດ້ຮູ້ສຶກເຖິງຄວາມມືດອ້ອມຮອບຕົວເພິ່ນ. ໂຈເຊັບຮູ້ສຶກຢ້ານກົວ. ເພິ່ນໄດ້ທູນຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ.
ທັນໃດນັ້ນ, ໂຈເຊັບໄດ້ເຫັນແສງສະຫວ່າງອັນເຈີດຈ້າສ່ອງລົງມາຈາກສະຫວັນ. ເພິ່ນໄດ້ເຫັນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດກຳລັງປະທັບຢືນຢູ່ໃນອາກາດ. ພຣະບິດາເທິງສະຫວັນໄດ້ເອີ້ນຊື່ຂອງໂຈເຊັບ. ຈາກນັ້ນພຣະອົງໄດ້ຊີ້ພຣະຫັດໄປຫາພຣະເຢຊູຄຣິດ ແລະ ກ່າວວ່າ, “ນີ້ຄືບຸດທີ່ຮັກຂອງເຮົາ. ຈົ່ງຟັງທ່ານ!”
ພຣະເຢຊູໄດ້ບອກໂຈເຊັບວ່າເພິ່ນບໍ່ຄວນເຂົ້າຮ່ວມສາດສະໜາຈັກໃດເລີຍ.
ໂຈເຊັບຈະຊ່ວຍຟື້ນຟູຄວາມສົມບູນຂອງພຣະກິດຕິຄຸນໃນໂລກນີ້.
ໂຈເຊັບບໍ່ຮູ້ສຶກສັບສົນອີກຕໍ່ໄປ. ເພິ່ນເຕັມໄປດ້ວຍຄວາມສຸກ! ເພິ່ນຮູ້ວ່າພຣະເຈົ້າຮັກເພິ່ນ. ບາງຄົນບໍ່ເຊື່ອວ່າເພິ່ນໄດ້ເຫັນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ, ແຕ່ເພິ່ນຮູ້ດີວ່າມັນເປັນຄວາມຈິງ.
ໜ້າລະບາຍສີ
ພຣະບິດາເທິງສະຫວັນໄດ້ຍິນ ແລະ ຕອບຄຳອະທິຖານຂອງເຮົາ
ພາບປະກອບ ໂດຍ ໂຄຣີ ເອັກເບີດ
ພຣະບິດາເທິງສະຫວັນໄດ້ຕອບຄຳອະທິຖານຂອງໂຈເຊັບ ສະມິດ. ພຣະອົງຈະຕອບຄຳອະທິຖານຂອງເຈົ້າເຊັ່ນກັນ!
© 2025 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Friend Message, January 2025. Laotian. 19632 331